ກົດຟັງສຽງ
ເຖີງແມ່ນວ່າ ນ້ຳຈາກ ອ່າງເກັບນ້ຳ ໃນເຂື່ອນ ໄຊຍະບູຣີ ຈະໄປຖ້ວມ ບາງພື້ນທີ່ ໃນແຂວງ ຫລວງພຣະບາງ ກໍ່ຕາມ ເພາະ ພື້ນທີ່ ສ່ວນໃຫຍ່ ທີ່ຈະຖືກ ນ້ຳຖ້ວມ ນັ້ນ ເປັນປ່າດົງ ບໍ່ມີ ບ້ານເຮືອນ ໄຮ່ນາ ຂອງ ປະຊາຊົນ ພໍເທົ່າໃດ ດັ່ງເຈົ້າຫນ້າທີ່ ແຂວງ ຫລວງພຣະບາງ ທ່ານນື່ງ ເວົ້າວ່າ: ---ສຽງ---
ທ່ານວ່າ ໂຄງການ ເຂື່ອນ ໄຊຍະບູຣີ ຈະສ້າງ ໄກຈາກ ເຂດຊຸມຊົນ ແລະ ເມືອງໃຫຍ່ໆ ໃນແຂວງ ຫລວງພຣະບາງ ຈະບໍ່ມີ ຜົລກະທົບ ຫລາຍ ແລະ ກັບຈະເປັນ ການຍົກ ຣະດັບ ການທ່ອງທ່ຽວ ໃນແຂວງ ຫລວພຣະບາງ ນຳອີກ ໂດຍສະເພາະ ການທ່ອງທ່ຽວ ຫນ້າເຂື່ອນ ສຳລັບ ການເຂົ້າຮ່ວມ ໃນໂຄງການ ນັ້ນ ທ່ານກ່າວວ່າ: ---ສຽງ---
ເຖິງຢ່າງໃດ ກໍ່ຕາມ ທ່ານຍັງ ຢາກໃຫ້ ຣັຖບານ ສືກສາ ເພີ້ມເຕີ່ມ ກ່ຽວກັບ ຜົລກະທົບ ຕໍ່ສີ່ງ ແວດລ້ອມ ໃນໂຄງການ ດັ່ງກ່າວ ກ່ອນຈະສ້າງ ຊື່ງຣັຖບານ ລາວ ກໍ່ກຳລັງ ເຮັດຢູ່ ໃນເວລານີ້ ຄາດວ່າ ຈະໃຊ້ ເວລາ ຢ່າງນ້ອຍ 6 ເດືອນຫາ 1 ປີ ຈື່ງຈະ ສຳເຣັດ ການສຳຣວດ. ຫລັງຈາກນັ້ນ ຣັຖບານລາວ ກໍ່ຈະສເນີ ຜົລສຳຣວດ ຕໍ່ປະເທດ ເພື່ອນບ້ານ ຜູ້ທີ່ ກັງວົນ.
ເປັນທີ່ຮູ້ ກັນວ່າ ໂຄງການ ເຂື່ອນ ໄຊຍະບຸຣີ ຖືກເລື່ອນ ເວລາ ໃນການສ້າງ ອອກໄປ ເພາະ ມີການຕ້ານ ຈາກປະເທດ ລຸ່ມແມ່ນ້ຳຂອງ ແລະ ກຸ່ມອະນຸຮັກ ທັມມະຊາດ ຢາກໃຫ້ ມີການສືກສາ ຜົລກະທົບ ເພີ້ມເຕີມ.