ກົດຟັງສຽງ
ໃນເຂດສາມຫົວເມືອງ ທີ່ຈະຖືກ ພັທນາ ໃຫ້ເປັນ ເມືອງໃຫມ່ ເພື່ອຊ່ວຍຫລຸດຜ່ອນ ຄວາມທຸກຍາກ ຂອງຊາວເມືອງ ນັ້ນກໍມີ ເມືອງໂພນທອງ ຈອມເພັດ ແລະ ເມືອງໂພນໄຊ ທີ່ຈະເຕັມໄປດ້ວຍ ບ່ອນຄ້າຂາຍ ບ່ອນ ຜລິດ ແລະ ການທອ່ງທ່ຽວ ເພື່ອເສີມສ້າງ ບ່ອນທໍາມາ ຫາກິນ ໃຫ້ແກ່ ປະຊາຊົນ ທ້ອງຖີ່ນ. ໃນເວລານີ້ ທາງການແຂວງ ກຳລັງ ຈະສເນີແຜນການ ພັທນາ ໄປຍັງຣັຖບານ ເພື່ອ ພິຈາຣະນາ. ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນື່ງ ເວົ້າວ່າ:
"ເຂດພັທນາ ເຮົາມີ ຢູ່ຫມາຍຄວາມວ່າ ການພັທນານີ້ ມັນກໍກວມ ເອົາລຽບໂຄງຮ່າງ ແລ້ວກໍ ວຽກເສຖກິດ ການຜລິດ ຢູ່ທີ່ນັ້ນ ເຣື້ອງການຜລິດ ລາຍໄດ້ ຂອງ ປະຊາຊົນ ຫັ້ນນະ".
ເຈົ້າຫນ້າທີ່ ກ່າວຕໍ່ໄປວ່າ ຈຸດປະສົງ ເບື້ອງຕົ້ນ ໃນການພັທນາ 3 ຕົວເມືອງ ກໍເພື່ອຫລຸດຜ່ອນ ຄວາມທຸກຍາກ ຂອງ ປະຊາຊົນ ເພາະ ປະຊາຊົນ ໃນເຂດ ສາມຫົວເມືອງ ນີ້ຍັງມີ ອາຊີພປູກຝັງ ແລະ ລ້ຽງສັດ ແບບ ດັ້ງເດີມຢູ່ ແຕ່ຖ້າມີການ ພັທນາ ໃຫ້ເປັນ ເມືອງໃຫມ່ ດ້ວຍການສ້າງ ແຫລ່ງການຄ້າ ການທ່ອງທ່ຽວ ແລະ ຍົກຣະດັບ ການກະເສດ ແລະ ລ້ຽງສັດແລ້ວ ຈະສ້າງລາຍໄດ້ ໃກ້ແກ່ ປະຊາຊົນ ຫລາຍຂື້ນ.
ເຖິງຢ່າງໃດ ກໍຕາມ ເທົ່າເຖິງ ປັດຈຸບັນ ໂຄງການ ພັທນາ ໃນສາມ ຫົວເມືອງ ດ່ັງກ່າວນີ້ ຍັງບໍ່ມີ ນັກລົງທືນ ສົນໃຈ ຫລາຍປານໃດ ເນື່ອງຈາກການ ໂຄສະນາ ຍັງບໍ່ທົ່ວເຖິງ ແຕ່ກໍມີ ບາງກໍຣະນີ ໄດ້ບຸກເບີກ ແລະ ສຳຣວດ ພື້ນທີ່ ໃນບາງເຂດ ໄປແລ້ວ. ທ່ານຄິດວ່າ ໃນອະນາຄົດ ຄົງຈະມີ ນັກລົງທືນ ສົນໃຈ ຫລາຍຂື້ນ.