ເຂື່ອນຫຼວງພຣະບາງ ຈະກະທົບຝຸງປາ

ບ່ອນຢູ່ອາສັຍ ຂອງຝຸງປາ ຈະໄດ້ຮັບ ຜົລກະທົບ ຖ້າມີການ ສ້າງເຂື່ອນ ຂື້ນຫລາຍ ໃນແຂວງ ຫລວງພຣະບາງ.

0:00 / 0:00

ນັກວິຊາການ ດ້ານສັດນ້ຳ ເປີດເຜີຍ ຜົລຂອງການ ສຳຣວດ ວ່າໂຄງການ ສ້າງເຂື່ອນ ໄຟຟ້າ ຫລາຍແຫ່ງ ທີ່ແຂວງ ຫລວງພຣະບາງ ຈະສົ່ງຜົລ ກະທົບ ຕໍ່ບ່ອນຢູ່ອາສັຍ ຂອງຝຸງປາ ໃນຫລາຍ ລໍານ້ຳສາຂາ ໂດຍສະເພາະ ໃນຣະດູຝົນ ມັນຈະທຳລາຍ ບ່ອນເພາະພັນ ຂອງໝູ່ປາ ທີ່ບໍ່ສາມາດ ຂື້ນໄປວາງ ໄຂ່ໄດ້. ດັ່ງທ່ານ ກ່າວວ່າ:

"ຄືແນວກັ້ນ ນ້ຳເຂື່ອນ ຫລາຍບ່ອນ ເປັນການ ກັ້ນນ້ຳ ຊົລປະທານ ຈັ່ງຊີ້ນະ ມັນມີໂອ້ ຜົລກະທົບ ຕໍ່ປາຫລາຍ ເພາະວ່າພັນປາ ຣະດັບນ້ຳ ໃນຍາມຝົນ ມັນຂື້ນບໍ່ໄດ້".

ທ່ານເວົ້າ ຕໍ່ໄປວ່າ ເຖິງແມ່ນວ່າ ໂຄງການເຂື່ອນ ສ່ວນຫລາຍ ຈະມີຂັ້ນໃດ ໃຫ້ປາຂື້ນລົງ ສຳລັບການວາງໄຂ່ ແຕ່ຂັ້ນໃດປາ ທີ່ວ່ານັ້ນ ສໍາລັບເຂື່ອນ ໃນລາວບໍ່ແມ່ນ ອອກແບບມາ ສຳລັບ ພັນປາ ໃນເຂດ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ເປັນຂັ້ນໃດ ແບບໂຄງການ ເຂື່ອນ ໂດຍທົ່ວໄປ ປາໃນເຂດນີ້ ຈະບໍ່ສາມາດ ລອຍຂ້າມຂັ້ນໃດ ນັ້ນໄດ້ ໂດຍສະເພາະ ຍາມຝົນ ນ້ຳຈະໄຫລແຮງ ກວ່າປົກກະຕິ ແລະ ຝຸງປາ ກໍຈະບໍ່ ສາມາດລອຍ ຂື້ນຂັ້ນໃດ ໄປໄດ້.

ປັດຈຸບັນ ໂຄງການ ເຂື່ອນໄຟຟ້າ ທີ່ແຂວງ ຫລວງພຣະບາງ ກໍມີຫລາຍ ໂຄງການ ເຊັ່ນ ໂຄງການເຂື່ອນ ນ້ຳອູ່ ເຂື່ອນນ້ຳແສງ 1 ນ້ຳແສງ 2 ເຂື່ອນນ້ຳກາ ຮ່ວມທັງເຂື່ອນ ຂນາດນ້ອຍ ຫລາຍແຫ່ງ ແລະ ເຂື່ອນກັ້ນນ້ຳຂອງ ທີ່ແຂວງ ຫລວງພຣະບາງ ທີ່ທາງການລາວ ມີແຜນການສ້າງ ໃນອະນາຄົດ. ທ່ານ ເວົ້າອີກວ່າ ໃນຈຳນວນ ເຂື່ອນ ທີ່ມີຢູ່ນີ້ ກໍຈະສົ່ງ ຜົລກະທົບ ຕໍ່ຝຸງປາ ຢູ່ແລ້ວ ຖ້າສ້າງ ເພີ້ມອີກ ແຮ່ງຈະສົ່ງ ຜົລກະທົບ ຫລາຍກວ່ານີ້.