ສະຫະພັນແມ່ຍິງ ຂ.ຫຼວງນໍ້າທາ
2012.02.01

ກົດຟັງສຽງ
ຫ້ອງການ ສະຫະພັນ ແມ່ຍິງ ຂ.ຫລວງນໍ້າທາ ສຸມໃສ່ ການສົ່ງເສີມ ວຽກງານ ໃຫ້ແມ່ຍິງ ພາຍໃນແຂວງ ຫລາຍຂຶ້ນ ຍ້ອນວ່າ ໃນປີ ທີ່ຜ່ານມາ ມີແມ່ຍິງ ຈາກປະເທດ ເພື່ອນບ້ານ ເຂົ້າມາເຮັດວຽກ ໃນແຂວງ ຫຼາຍຂຶ້ນ ໂດຍສະເພາະ ຈາກຈີນ ເຮັດໃຫ້ ແມ່ຍິງລາວ ຊອກວຽກເຮັດ ລໍາບາກ ແລະ ຕ້ອງຍ້າຍໄປ ເຮັດວຽກ ໃນແຂວງອື່ນ. ເຈົ້າໜ້າທີ່ ຫ້ອງການ ສະຫະພັນ ແມ່ຍິງ ແຂວງ ຫລວງນໍ້າທາ ເວົ້າວ່າ:
"ບໍ່ໄດ້ດີປານ ໃດເນາະ ປະມານ ແມ່ຍິງ ສໍາລັບ ເຮັດການ ກໍຫລາຍ ຢູ່ເນາະ ແຕ່ວ່າມີ ປະເທດ ໃກ້ຄຽງເນາະ ແຕ່ໄທແຕ່ຈີນ ພວກເຮົາຕ້ອງໄດ້ ພັທນາຕົນເອງ ແລະ ສ້າງວິຊາຊີບ ໃຫ້ຜູ້ຍິງ ພວກເຮົາ ໃຫ້ຫລາຍຂຶ້ນ ເນາະ ເພື່ອບໍ່ໃຫ້ມີ ໃຫ້ມີວຽກເຮັດ ງານທໍາເນາະ ບໍ່ໃຫ້ມີ ຜູ້ຫວ່າງງານ ຫັ້ນນະ".
ນາງເວົ້າ ຕໍ່ໄປວ່າ ມີນາຍທຶນ ຫລາຍຄົນ ມັກຈ້າງຊາວຈີນ ມາເຮັດວຽກ ຕາມຮ້ານຄ້າ ຕາມສວນ ຢາງພາລາ ເພີ່ມຂຶ້ນຫລາຍ ພາຍໃນແຂວງ ປັຈຈຸບັນ. ຄັນເມື່ອ ອັດຕຣາການ ຫວ່າງງານ ໃນແຂວງ ຫລາຍຂຶ້ນ ແມ່ຍິງ ລາວ ກໍຈໍາຕ້ອງໄດ້ ໄປຫາເຮັດວຽກ ຢູ່ບ່ອນອື່ນ ຊຶ່ງອາຈໄປ ເມືອງໃຫຍ່ ເຊັ່ນ ນະຄອນຫລວງ ວຽງຈັນ ຫລືແມ່ນແຕ່ ເດີນທາງໄປ ປະເທດ ເພື່ອນບ້ານ ເຊັ່ນ ຈີນຫລືໄທ ຊຶ່ງການ ເດີນທາງ ໄປນັ້ນ ຖືວ່າມີ ຄວາມສ່ຽງ ຮອບດ້ານ ດັ່ງນັ້ນ ການສົ່ງເສີມ ວຽກງານ ເຮັດໃຫ້ ແມ່ຍິງ ພາຍໃນແຂວງ ມີຄວາມສໍາຄັນ ເປັນຢ່າງຍິ່ງ.
ວຽກງານ ທີ່ທາງ ຫ້ອງການ ສະຫະພັນ ແມ່ຍິງ ຫລວງນໍ້າທາ ສົ່ງເສີມນັ້ນ ກໍແມ່ນ ການຕັດ ຫຍິບ ແລະ ວຽກກະສິກັມ ເພື່ອໃຫ້ ແມ່ຍິງ ສາມາດ ຫາຮາຍໄດ້ ດ້ວຍຕົນເອງ ບໍ່ຕ້ອງເພິ່ງພາ ນາຍຈ້າງ ຫລືອົພຍົບ ໄປເຮັດວຽກ ຢູ່ຕ່າງແຂວງ ຫລືຢູ່ ປະເທດ ເພື່ອນບ້ານ ແລະ ກໍຄາດວ່າ ວິທີນີ້ ຈະຊ່ວຍ ຫລຸດຜ່ອນ ການຫວ່າງງານ ຂອງແມ່ຍິງ ໃນແຂວງ ລົງໄດ້.