ກອຟລອງທັນຈະເພີ້ມ ໂຮງແຮມ-ບ້ານພັກ

ບໍຣິສັດ ສນາມກອຟ ລອງທັນ ຈະສ້າງ ໂຮງແຮມ ຣະດັບ 5 ດາວ ແລະ ບ້ານພັກ ຫລາຍຫລັງ ໃນ ນະຄອນຫລວງ ວຽງຈັນ.
ສົມເນ
2012.10.31

ໃນປາຍປີ 2012 ນີ້ ບໍຣິສັດ ສນາມກອຟ ລອງທັນ ຂອງວຽງດນາມ ທີ່ຕັ້ງຢູ່ເຂດ ບ້ານດົງໂພສີ  ເມືອງຫາດຊາຍຟອງ ນະຄອນຫລວງ ວຽງຈັນ ຈະສ້າງໂຮງແຮມ ຣະດັບ 5 ດາວ ແລະ ບ້ານພັກຫລາຍຫລັງ ຢູ່ພາຍໃນ ສນາມກອຟ ຫລັງຈາກສ້າງ ສນາມກອຟສໍາເຣັດ ແລະ ໄດ້ລອງເປີດ ໃຫ້ຄົນເຂົ້າຫລິ້ນແລ້ວ. ເຈົ້າໜ້າທີ່ ນະຄອນຫລວງວຽງຈັນ ເປີດເຜີຽວ່າ:

"ໂຕສນາມກອຟ 18 ຫລຸມ ຫັ້ນເຂົາເຈົ້າສ້າງ ສໍາເຣັດແລ້ວ ເຂົາເຈົ້າກໍາລັງ ຊີ່ເລີ້ມສ້າງ ໂຮງແຮມ 5 ດາວເດ້ ເຂົາເຈົ້າ ຊີ່ເລີ້ມປີນີ້ ເຂົາເຈົ້າບຸກເບີກຢູ່. ສິງຄະໂປ ມາລົງທືນນ໋າ ເຂົາຈະສ້າງ ວິນລາ  2,000  ຫລັງແລ້ວ ກໍມີໂຮງແຮມ 5 ດາວ ຄົບວົງຈອນ".

ທ່ານວ່າ ສນາມກອຟແຫ່ງນີ້ ກໍານົດເປີດ ເປັນທາງການ ຣະຫ່ວາງ ວັນທີ່ 4 ພຶສຈິກາ 2012 ນີ້. ໃນຕອນເປີດ ບໍ່ເປັນທາງການ ໄດ້ມີນັກ ທຸຣະກິດ ລາວ ວຽດນາມ ໄທ ແລະ ຊາວຕ່າງຊາຕອື່ນໆ ເຂົ້າມາທົດລອງຫລິ້ນ ຫລາຍພໍສົມຄວນ.

ປັດຈຸບັນນີ້ ມີສນາມກອຟ ມາຕຖານ ໃນນະຄອນຫລວງ ວຽງຈັນ ມີຢ່າງນ້ອຍ 2 ແຫ່ງແລ້ວ ສນາມກອຟ ບ້ານດົງໂພສີ ທີ່ມີພື້ນທີ່ 550 ha ຖືກຈັດໃຫ້ເປັນ ເຂດເສຖກິດ ສະເພາະ ໃນອາທິດທໍາອິດ ຂອງເດືອນຕຸລາ 2012 ນີ້ເອງ ເພາະທາງການລາວ ຄາດວ່າຈະດືງດູດ ນັກລົງທຶນ ເຂົ້າມາລົງທືນ ໂດຍທີ່ນັກລົງທຶນ ສາມາດລົງທະບຽນ ຢູ່ໃນ ເຂດເສຖກິດ ນັ້ນໂລດ ແລະ ບໍ່ຕ້ອງຜ່ານຂັ້ນຕອນ ທາງການລາວ ໝົດທຸກຂັ້ນ ແລະ ໄດ້ຮັບການຫລຸດ ພາສີ ອີກດ້ວຍ.

ເຂດເສຖກິດສະເພາະ ແຫ່ງນີ້ ເຮັດໃຫ້ປະຊາຊົນ ໃນທ້ອງຖິ່ນ ເສັຽດິນດອນ ແລະ ກໍມີສຽງຈົ່ມທຸກ ວ່າພວກຂະເຈົ້າ ບໍ່ໄດ້ຮັບຄ່າ ຕອບແທນ ຢ່າງເປັນທັມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.