ການທ່ອງທ່ຽວທີ່ຄວນ ຕຶກຕອງຢ່າງມີສະຕິ
2012.09.06

ກາຣໄປທ່ອງທ່ຽວ ເມືອງວັງວຽງ ຊື່ງເປັນແຫລ່ງ ທ່ອງທ່ຽວ ທີ່ສຳຄັນ ແຫ່ງໜຶ່ງ ຢູ່ເມືອງລາວ ໃນຣະຍະ ທີ່ຜ່ານມາ ມີຄວາມສ່ຽງຕໍ່ ກາຣເກີດ ອຸບັຕຕິເຫຕ ເຖີງຂັ້ນເສັຍຊີວີຕ ກໍເປັນໄດ້ ເຖີງແມ່ນວ່າ ທາງກາຣລາວ ໄດ້ປະກາສໃຫ້ ໃຊ້ຄວາມ ຣະມັດຣະວັງ ກໍຕາມ ແລະ ທາງເຈົ້າໜ້າທີ່ ຜູ້ກຳກັບນຳ ທຸຣະກິຈ ກາຣທ່ອງທ່ຽວ ກໍໄດ້ເຕືອນລູກຄ້າ ຂອງ ພວກຕົນ ໃຫ້ ໃຊ້ສະຕິປັນຍາ ໃນຣະຫວ່າງ ທີ່ໃຊ້ກົງຢາງຣົຖ ຂີ່ລ່ອງລົງຕາມ ນ້ຳຊອງ ແຕ່ລະຄັ້ງ.
ແຕ່ກໍມີ ນັກທ່ອງທ່ຽວ ຊາວຕ່າງປະເທສ ຫລາຍໆຄົນ ຍັງບໍ່ຟັງກາຣ ແນະນຳ ຂອງທາງເຈົ້າໜ້າທີ່ ຫລືໝູ່ເພື່ອນ ຂອງພວກຕົນນັ້ນ ແຕ່ປະກາຣໃດ ໂດຽສະເພາະ ເວລາທີ່ມີ ອາກາຣມືນເມົາ ແລ້ວລົງໄປຫລິ້ນນ້ຳ ຊື່ງເຫັນວ່າເກີດ ອຸບັຕຕິເຫຕ ມາແລ້ວຫລາຍເທື່ອ ແລະ ກໍມີຫລາຍໆຄົນ ເສັຽຊີວີຕ ຍ້ອນຕາຍດຶກນ້ຳ ຫລືໂດດຈາກ ຮ້ານດື່ມກີນລົງໃສ່ ກົງຢາງຣົຖ ແລ້ວພາດເປົ້າໝາຍ ຈົນໄດ້ຮັບບາດເຈັບ ແລະຖືກນຳສົ່ງ ໂຮງພຍາບາລ ແລະກໍເສັຽຊີວີຕໄປ ຊຶ່ງກໍຮວມທັງ ຊາວອອສເຕຣເລັຽ ຫລາຍໆຄົນ ໂດຽສະເພາະ ແຕ່ຕົ້ນ ປີ 2012 ນີ້ມາ.
ຊາວຕ່າງປະເທສ ທີ່ມີປະສົບກາຣ ຈາກກາຣໄປທ່ຽວຫລິ້ນ ເມືອງວັງວຽງ ໄດ້ຂຽນບົທຄວາມ ເຜີຍແພ່ ທາງອິນເຕີຣ໌ແນັດ ເພື່ອເປັນກາຣເຕືອນ ນັກທ່ອງທ່ຽວ ຈາກທົ່ວໂລກ ທີ່ສົນໃຈໄປທ່ຽວ ເມືອງວັງວຽງ ກໍວ່າ ບໍ່ຄວນທີ່ຈະມົ້ວສຸມ ດື່ມເຫລົ້າຈົນເສັຍສະຕິ ກ່ອນທີ່ຈະລົງໄປ ຂີ່ກົງຢາງຣົຖ ລ່ອງຫລິ້ນຕາມນ້ຳຊອງ ເຖີງຈະມີສີ່ງທີ່ ຍົວະເຍົ້າ ກໍຕາມ ຖ້າບໍ່ດັ່ງນັ້ນ ຈະມີຄວາມສ່ຽງ ຕໍ່ກາຣເກີດ ອຸບັຕຕິເຫຕ ຫລາຍຂຶ້ນກວ່າເກົ່າ.