Leopard ຈະລົງທຶນຢູ່ລາວ
2011.07.13

ກົດຟັງສຽງ
ກອງເງີນທືນ ລຽວພາ ມີແຜນການ ຈະລົງທືນ ໃນຂແນງ ການ ບໍຣິການ ການເງີນ, ການກະເສດ ແລະ ພລັງງານ ໃນ ສປປລາວ ແລະ ກຳພູຊາ ປະມານ 75 ລ້ານ ໂດລາ ຍ້ອນການ ເຕີບໂຕ ທາງດ້ານ ເສຖກິດ ໃນສອງ ປະເທດ.
ທາງ ບໍຣິສັດ ບອກວ່າ ສປປລາວ ແລະ ກຳພູຊາ ເປັນປະເທດ ທີ່ກຳລັງ ສ້າງຄວາມ ສົນໃຈ ໃຫ້ແກ່ ນັກລົງທືນ ຕ່າງຊາດ ຫລາຍພໍ ສົມຄວນ ໃນເວລານີ້. ສປປລາວ ເປິດ ຕລາດຫຸ້ນ ໃນເດືອນ ມົກກະຣາ ຜ່ານມາ ທີ່ມີສອງ ບໍຣິສັດ ກຳລັງ ຂາຍຫຸ້ນ ຢູ່ໃນ ເວລານີ້ ແລະ ປະເທດ ກຳພູຊາ ກໍເປີດ ຕລາດຫຸ້ນ ໃນມື້ວັນຈັນ ຜ່ານມາ ແຕ່ການຂາຍ ຫຸ້ນນັ້ນ ຈະມີຂື້ນ ໃນທ້າຍ ປີນີ້ ເປັນຢ່າງໄວ.
ໃນຣະຍະ ຫລັງໆມານີ້ ບໍຣິສັດ ລົງທືນ ຈາກ ນານາຊາດ ສ່ວນຫລາຍ ປ່ຽນການ ລົງທືນ ຂອງຕົນ ມາໃສ່ຕລາດ ທີ່ກຳລັງ ເຕີບໂຕໃຫມ່ ໃນຂົງເຂດ ເອເຊັຽ ເພື່ອຫລີກລ່ຽງ ພາວະ ເສຖກິດ ຕົກຕ່ຳ ໃນປະເທດ ຕາເວັນຕົກ ທັງຫລາຍ ຫລັງຈາກ ເຫດວິກິດ ທາງດ້ານ ເສຖກິດໂລກ. ຜູ້ຈັດການ ກອງທືນ ຈາກ ປະເທດ ຍີ່ປຸ່ນ ວ່າງອາທີດ ກ່ອນ ກໍ່ບອກວ່າ ທາງ ບໍຣິສັດ ມີແຜນການ ຈະລົງທືນ ໃນຕລາດຫຸ້ນ ກຳພູຊາ ໃນທ້້າຍປີນີ້.
ທ່ານ Douglas Clayton ຜູ້ບໍຣິຫານ ກອງທືນ ລຽວພາ ກ່າວຕໍ່ ນັກຂ່າວ Reuter ໃນອາທິດ ນີ້ວ່າ ກອງທຶນ ລຽວພາ ມີແຜນການ ຈະລົງທືນ ໃນ ສປປລາວ ແລະ ກຳພູຊາ ໃນຣະຍະ10 ປີ ຂ້າງຫນ້າ ດ້ວຍ ຈຸດປະສົງ ທີ່ຈະໄດ້ ກຳໄຣ ປະມານ 25% ໃນແຕ່ລະປີ ໃນການ ລົງທືນ ໃນໂຄງການ ສ້າງເຂື່ອນ ໄຟຟ້າ ໃນລາວ ແລະ ການກະເສດ ໃນ ກຳພູຊາ.