ຊາວໄທລຸ່ມນໍ້າຂອງ ຈໍາເປັນຕ້ອງຍື່ນຟ້ອງ

ກຸ່ມນັກ ເຄື່ອນໄຫວ ໃນໄທ ບໍ່ມີທາງເລືອກ ຈື່ງຕ້ອງໄດ້ ຍື່ນ ຟ້ອງຮ້ອງ ຣັຖບານ ກ່ຽວກັບ ເຣື່ອງໂຄງການ ເຂື່ອນ ໄຊຍະບຸຣີ.
ໂພໄຊສວັດ
2012.08.08
F-Ithiphonh-protest ທ່ານ ອິທທິພົນ ຄໍາສຸກ ແກນນໍາ ຂອງຄນະປະທ້ວງ ການກໍ່ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ແຂວງໄຊຍະບູຣີ
RFA

ທ່ານນິວັດ ຮ້ອຍແກ້ວ ຜູ້ຕາງໜ້າ ກຸ່ມເຄືອຂ່າຍ ຊາວບ້ານ 8 ແຂວງ ລຸ່ມແມ່ນໍ້າຂອງ ແຂວງຊຽງຮາຍ ເວົ້າຫລັງຈາກ ທີ່ໄດ້ຍື່ນໜັງສື ຟ້ອງ ຣັຖບານໄທ ກ່ຽວກັບ ໂຄງການ ເຂື່ອນ ໄຊຍະບູຣີ ວ່າ:

"ເຮົາໄດ້ຮ້ອງຮຽນ ຜູ້ທີ່ກ່ຽວຂ້ອງ ຕລອດເວລາ ທັງ 4 ທະນາຄານ ໃນປະເທດໄທ ບໍຣິສັດ ຊ.ການຊ່າງ ສະຖານທູດລາວ ເຮົາຍື່ນໜັງສື ເຖິງຣັຖມົນຕຣີ ສໍານັກຍາຍົກ ເຮົາເຮັດ ທຸກຢ່າງເພື່ອໃຫ້ ໜ່ວຍງານ ຂອງຣັຖ ທີ່ມີສ່ວນກ່ຽວຂ້ອງ ໄດ້ຮັບຊາບ ເຖິງບັນຫາ ແຕ່ທີ່ຜ່ານມານັ້ນ ທຸກໜ່ວຍງານ ທຸກອົງກອນ ທີ່ເຮົາໄປ ຮຽກຮ້ອງ ບໍ່ໄດ້ດໍາເນີນ ການ ແລະ ຍັບຍັ້ງ ໂຄງການນີ້ ເພື່ອບໍ່ໃຫ້ເກີດ ຜົນກະທົບ ເພາະສະນັ້ນ ເຫດຜົນທີ່ພວກເຮົາ ພາກັນມາມື້ນີ້ ພີ່ນ້ອງ ປະຊາຊົນທັງ 8 ແຂວງ ລຸ່ມແມ່ນໍ້າຂອງ ໃນປະເທດໄທ ເພື່ອມາຮຽກຮ້ອງ ຂໍຄວາມເປັນທັມ ຕໍ່ສານປົກຄອງ".

ທ່ານນິວັດ ເວົ້າຕໍ່ໄປວ່າ ການຮຽກຮ້ອງ ເທື່ອນີ້ ແມ່ນການຮຽກຮ້ອງ ແທນພີ່ນ້ອງ ລຸ່ມແມ່ນໍາຂອງ ທັງໝົດ ທັງຈາກລາວ ກໍາພູຊາ ໄທແລະວຽດນາມ ເພື່ອບໍ່ໃຫ້ໂຄງການ ເຂື່ອນ ໄຊຍະບຸຣີ ທີ່ຈະສົ່ງຜົນ ກະທົບ ຕໍ່ຊີວິດການເປັນຢູ່ ແລະ ສະພາບແວດລ້ອມ ເກີດຂຶ້ນ. ຫາກປ່ອຍໃຫ້ ເຂື່ອນ ໄຊຍະບຸຣີ ສ້າງຂຶ້ນມາໄດ້ ເຂື່ອນ ອີກຫລາຍກວ່າ 10 ເຂື່ອນ ໃນ ແມ່ນໍ້າຂອງ ກໍຈະຕິດຕາມມາ.

ທ່ານ ອິດທິພົນ ຄໍາສຸຂ ຜູ້ຕາງໜ້າເຄືອຂ່າຍ ຈາກ ແຂວງໜອງຄາຍ ປະເທດໄທ ໄດ້ເວົ້າເຖີງເຣື່ອງ ຜົນກະທົບ ໃນແມ່ນໍ້າຂອງ ຈາກເຂື່ອນໄຟຟ້າ ຂອງຈີນ ທີ່ຍັງບໍ່ມີ ການຊ່ວຍ ເຫລືອວ່າ:

"ແລ້ວມາຕການ ການຢ່ຽວຢາຕ່າງໆ ກໍຍັງບໍ່ເຄີຍ ເຫັນວ່າ ໜ່ວຍງານພາກຣັຖ ຫລື ໜ່ວຍງານໃດໆ ຈະຍື່ນມືເຂົ້າມາ ຊ່ວຍເຫລືອ ດັ່ງທີ່ພວກເຮົາ ໄດ້ຮັບຜົນກະທົບ ຈາກເຂື່ອນ ໃນປະເທດຈີນ ທັງ 4-5 ແຫ່ງ ມາແລ້ວ".

ທ່ານເວົ້າອີກວ່າ ຊາວບ້ານ ທັງໃນ ໄທແລະລາວ ກໍໄດ້ຮັບ ຜົນກະທົບ ຈາກເຂື່ອນໃນຈີນ ມາແລ້ວ ໃນທາງດ້ານ ວິຖີຊີວິດ ການກະສິກັມ ເສຖກິດ ແລະ ວັທນະທັມ ຈຶ່ງຢາກໃຫ້ ເລີກລົ້ມໂຄງການ ສ້າງເຂື່ອນ ໄຊຍະບຸຣີນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.