ຄວາມສໍາຄັນຂອງແມ່ຍິງ
2012.08.14
ທ່ານ ບານ ກິ-ມູນ ເລຂາທິການ ອົງການ ສະຫະປະຊາຊາດ ກ່າວວ່າ ການຍົກຣະດັບ ສິດທິ ແລະ ການເປັນຜູ້ນຳ ຂອງແມ່ຍີງ ເປັນກູນແຈ ສຳຄັນ ໃນຄວາມ ກ້າວຫນ້າ ຂອງ ການພັທນາ ໃນໂລກ ແລະ ກໍເປັນວຽກງານ ບູຣິມະສິດ ຂອງ ອົງການ ສະຫະປະຊາຊາດ ໃນການຊັກຊວນ ໃຫ້ຜູ້ຍີງ ເຂົ້າຮ່ວມ ໃນສັງຄົມ ຫລາຍຂື້ນ ໃນອະນາຄົດ.
ທ່ານ ບານ ກີ-ມູນ ໄດ້ກ່າວຕໍ່ ກອງປະຊຸມ ສະພາແມ່ຍີງ ສາກົນ ຄັ້ງທຳອິດ ແລະ ເວທີແມ່ຍີງ ສາກົນ ຄັ້ງທີສອງ ທີ່ຈັດຂື້ນທີ່ ກຸງໂຊນ ປະເທດ ເກົາຫລີໃຕ້ ໃນອາທີດ ນີ້ວ່າ ການຂາດໂຕແທນ ແມ່ຍີງ ແລະ ຂາດການສົ່ງເສີມ ພລັງອຳນາດ ແມ່ຍີງ ສົ່ງຜົລກະທົບ ຕໍ່ສິດທິ ຂອງແມ່ຍີງ ແລະ ມັນຈະທວງດືງ ການພັທນາ ໃນຫລາຍປະເທດ ໃນໂລກ.
ທ່ານວ່າ ຈາກການເປັນ ກະສິກອນ ຮອດການເປັນຜູ້ນຳ ຂອງປະເທດ ແລະ ການເປັນ ທະຫານ ບັນດາຜູ້ຍີງ ໄດ້ສະແດງອອກ ເຖິງຄວາມສາມາດ ຂອງ ພວກຂະເຈົ້າ ໃນຫລາຍ ດ້ານ ແລະ ໄດ້ສ້າງຜົລ ປະໂຫຍດ ຕໍ່ສັງຄົມ ໃນປະເທດ ຂອງຂະເຈົ້າ.
ແຕ່ເຖິງຢ່າງໃດ ກໍຕາມ ພວກຂະເຈົ້າ ຍັງບໍ່ຖືກ ຍອມຮັບ ຈາກສັງຄົມ ແລະ ບໍ່ໄດ້ຮັບ ຜົລປະໂຫຍດ ເທົ່າກັບຜູ້ຊາຍ. ທ່ານຢາກຮຽກຮ້ອງ ໃຫ້ຣັຖບານ ໃນ ຫລາຍປະເທດ ໃຫ້ ຄວາມສຳຄັນ ໃນການສົ່ງເສີມ ຄວາມກ້າວ ຂອງແມ່ຍີງ ໃຫ້ຫລາຍກວ່ານີ້.
ທ່ານວ່າ ຜູ້ຍີງຖືກຈ້າງ ຕ່ຳກວ່າຜູ້ຊາຍໃນວຽກ ອັນດຽວກັນ ແຕ່ເຮັດວຽກ ຫລາຍກວ່າ ຜົລປູກ ແລະ ອາຫານການກີນ ໃນເຂດ ຊາຮາຣາ ຕອນລຸ່ມ 80% ແມ່ນຜລິດ ໂດຍຜູ້ຍີງ ແຕ່ຄອບຄົວ ຂອງຂະເຈົ້າ ຍັງທຸກຍາກຢູ່. ການດູຖູກ ດູຫມີ່ນ ຜູ້ຍີງ ກໍຍັງແພ່ລາມໄປ ໃນຫລາຍພື້ນທີ່ ໃນໂລກ.