ຫົວໜ້າຮ້ອງຮຽນທີ່ດິນ ຖືກປ່ອຍໂຕແລ້ວ
2012.07.20
ພາຍຫລັງ ທີ່ຊາວບ້ານ ໄດ້ພາກັນ ອອກມາຮ້ອງຮຽນ ເອົາສິດທິ ທີ່ດິນ ປູກຝັງ ທີ່ຖືກນໍາໄປ ສໍາປະທານ ປູກ ຢາງພາຣາ ໃນເຂດ ບ້ານຫຍິບ ເມືອງທ່າແຕງ ແຂວງເຊກອງ ທີ່ໄດ້ຖືກຈັບ ໄປສືບສວນ ນັ້ນ ເວລານີ້ ເຈົ້າໜ້າທີ່ ເມືອງທ່າແຕງ ໄດ້ຢືນຢັນວ່າ ທາງການ ໄດ້ປ່ອຍໂຕ ຜູ້ນໍາ ທີ່ຖືກຈັບຂັງ ຜູ້ສຸດທ້າຍ ອອກມາແລ້ວ ຕັ້ງແຕ່ ວັນທີ 11 ກໍຣະກະດາ 2012. ເຈົ້າໜ້າທີ່ເມືອງທ່າແຕງ ແຂວງເຊກອງ ເວົ້າວ່າ:
"ປ່ອຍແທ້ ປ່ອຍແທ້ ຖາມວ່າ ເປັນຫຍັງຈຶ່ງ ມີຄໍາຮ້ອງທຸກ ຖ້າວ່າມີ ພວກເຮົາ ຢາກຮູ້ຫັ້ນໜ໋າ ຫລັງຈາກແລ້ວໆ ປ່ອຍເຂົາ ກໍຢູ່ນໍາບ້ານ ຫັ້ນແຫລ໋ະ".
ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ເຫດການ ທີ່ເກີດຂຶ້ນ ເປັນພຽງແຕ່ ຮ້ອງມາຖາມ ເທົ່ານັ້ນ ຍ້ອນວ່າທາງການ ຢາກຮູ້ຈັກ ເຫດຜົນ ທີ່ແທ້ຈິງ ຂອງການຮ້ອງທຸກ ເມື່ອຖາມແລ້ວ ກໍປ່ອຍໄປ ສ່ວນຊາວບ້ານ ໃນເມືອງ ທ່າແຕງ ຜູ້ນຶ່ງ ໄດ້ເປີດເຜີຍວ່າ ສໍາລັບ ຜູ້ທີ່ຖືກ ກັກໂຕ ແລະ ຖືກປ່ອຍ ເປັນຜູ້ສຸດທ້າຍ ນັ້ນ ເປັນທະຫານ ແລະ ທາງການ ເຊື່ອວ່າ ເປັນຜູ້ຢູ່ ເບື້ອງຫລັງ ທີ່ ຊ່ວຍຊາວບ້ານ ຂຽນໜັງສື ຮ້ອງຮຽນ ໄປຫາ ສະພາແຫ່ງຊາດ.
ເພື່ອຄວາມ ກະຈ່າງແຈ້ງ ກ່ຽວກັບ ກໍຣະນີ ດັ່ງກ່າວ ວິທຍຸ ເອເຊັຍເສຣີ ໄດ້ຕິດຕໍ່ ສອບຖາມ ໄປທາງ ກົມຄົ້ນຄວ້າ ຄວາມເປັນທັມ ແລະ ບັນຫາຊາດ ສະພາແຫ່ງຊາດ ກ່ຽວກັບ ຄວາມຄືບໜ້າ ຂອງເຣື່ອງນີ້. ເຈົ້າໜ້າທີ່ ເວົ້າວ່າ:
"ຕອນນີ້ ມັນຢູ່ທີ່ ສະພາແຫ່ງຊາດ ເປັນຜູ້ ພິຈາຣະນາ ເນ໋າະ ໄດ້ມີການ ປະສານ ສົມທົບ ກັນເດ໋ ກໍໄດ້ມີການ ປະສານ ສົມທົບ ກັບທ້ອງຖິ່ນນີ້ ເພື່ອ ພິຈາຣະນາ ແກ້ໄຂ ເພາະວ່າ ຢູ່ ສະພາແຫ່ງຊາດ ມັນກໍມີ ສະພາ ແຫ່ງຊາດ ປະຈໍາເຂດ ເລືອກຕັ້ງເດ໋ ເປັນຜູ້ ພິຈາຣະນາ ກໍຈະມີ ການສົມທົບກັນ ໃນການ ແກ້ໄຂ".
ສ່ວນຊາວບ້ານ ຜູ້ໄດ້ຮັບ ຄວາມເດືອດຮ້ອນ ສ່ວນຫລາຍ ກໍມີຄວາມ ເຊື່ອໝັ້ນວ່າ ທາງ ສະພາແຫ່ງຊາດ ຈະໃຫ້ການ ຊ່ວຍເຫລືອ ພວກຂະເຈົ້າ ໄດ້ ແລະ ຢາກໃຫ້ ທາງການ ຊ່ວຍເຫລືອໃຫ້ ຄວາມເປັນທັມ ໂດຍໄວ.