ການສໍ້ຣາສໃນລາວ ຍັງມີອາຍຸຍືນ

ຊາວລາວ ເຫັນວ່າ ບັນຫາ ການສໍ້ຣາສ ບັງຫລວງ ໃນເມືອງລາວ ຈະບໍ່ຫລຸດລົງ ຕາມ ນະໂຍບາຍ ຂອງຣັຖບານ.

ທ່ານ ທອງສີງ ທັມມະວົງ ນາຍົກ ຣັຖມົນຕຣີ ແຫ່ງ ສປປ ລາວ
ທ່ານ ທອງສີງ ທັມມະວົງ ນາຍົກ ຣັຖມົນຕຣີ ແຫ່ງ ສປປ ລາວ (International Rice Research Institute (IRRI))

0:00 / 0:00

ໃນລະຍະ ຜ່ານມາ ສປປລາວ ກໍານົດ ນະໂຍບາຍ ຕ່າງໆ ພາຍໃຕ້ ການນໍາ ຂອງທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີ ທີ່ຕ້ອງການ ແກ້ໄຂບັນຫາ ການສໍ້ຣາສ ບັງຫລວງ ໃນປະເທດລາວ ໃຫ້ຫລຸດລົງ. ແຕ່ຊາວລາວ ຈໍານວນນຶ່ງ ກັບຫລິງເຫັນວ່າ ບັນຫາ ດັ່ງກ່າວ ຈະບໍ່ຫລຸດລົງ ໂດຍຈະເຫັນໄດ້ ຈາກການໃຊ້ເງິນ ຂອງ ພະນັກງານ ຣັຖ ແລະ ການຈັດອັນດັບ ຄວາມໂປ່ງສັຍ ທົ່ວໂລກ ກ່ຽວກັບ ການສໍ້ຣາສ ບັງຫລວງ ໃນລາວ. ດັ່ງຊາວລາວ ທ່ານນຶ່ງ ເວົ້າວ່າ:

“ນາຍົກນີ້ ແກ້ບໍ່ຕົກດອກ ເພາະມັນເຣີ້ມ ຈາກຣັຖບານ ເຣີ້ມຈາກ ປະທານ ສະພາສູງສຸດ ຂະເຈົ້າ ຊອກຫາດິນດອນ ທີ່ມີຣາຄາ ແລະ ຂະເຈົ້າ ໄປຈັບຈອງ ບັນດາເຈົ້ານາຍ ຂັ້ນຣັຖບານ ລົງມາຮອດ ເຈົ້າແຂວງ ເຈົ້າເມືອງ ຈັດການບໍ່ໄດ້ດອກ ຂະເຈົ້າ ເວົ້າແບບທົ່ວໄປ.”

ທ່ານເວົ້າຕື່ມວ່າ ທຸກມື້ນີ້ ບັນຫາປາກທ້ອງ ຂອງ ປະຊາຊົນ ກໍເປັນຜົລ ສະທ້ອນ ມາຈາກ ການສໍ້ຣາສ ບັງຫລວງ ແລະ ທຸກມື້ນີ້ ກໍມີບາງກຸ່ມ ທີ່ພະຍາຍາມ ຮຽກຮ້ອງ ໃຫ້ ຊາວລາວ ຫັນມາສົນໃຈ ເຣື່ອງການເມືອງ ແລະ ການບໍຣິຫານ ປະເທດ ເພື່ອໃຫ້ຕົນ ມີສ່ວນຮ່ວມ ໃນການສະແດງ ຄວາມຄິດເຫັນ ກ່ຽວກັບ ບັນຫາ ດັ່ງກ່າວ ແຕ່ໂດຍຮວມ ແລ້ວ ການສໍ້ຣາສ ບັງຫລວງ ໃນລາວ ຈະບໍ່ມີທາງ ດີຂຶ້ນໄດ້ ອາດຈະເທົ່າເດີມ ຫລື ຮຸ່ນແຮງຂຶ້ນ ກ່ວາເກົ່າ.

ໃນຂະນະ ດຽວກັນ ຊາວລາວ ອີກຄົນນຶ່ງ ກໍສະແດງ ຄວາມຄິດເຫັນ ໃນເຣື້ອງດັ່ງກ່າວ ວ່າ ການສໍ້ຣາສ ບັງຫລວງ ໃນປະເທດລາວ ຈະສາມາດ ເຫັນໄດ້ ຈາກການເປັນຢູ່ ຂອງ ພະນັກງານ ຣັຖ:

“ຄວາມເປັນຈິງ ກໍເປັນເໝືອນດັ່ງ ການຈັດອັນດັບ ຄວາມເຊື່ອຖື ກໍເປັນຢ່າງນັ້ນແທ້ ການສໍ້ຣາສ ບັງຫລວງ ຢູ່ປະເທດລາວ ຈິງໆ ມັນຢູ່ທີ່ ຣະດັບເງິນເດືອນ ຂອງ ພະນັກງານ ທະຫານ ຕໍາຣວດ ຣະດັບ ເງິນເດືອນຕໍ່າໆ ຂນາດເດືອນນຶ່ງ ມີແຕ່ 2000 ບາດ ສູງສຸດ ແຕ່ຂະເຈົ້າ ມີຣົຖໃຫຍ່ 2-3 ຄັນ ທີ່ຫລູຫລາ ມີເຮືອນ ກໍ່ຫລາຍຫລັງ.”

ຈາກການສໍາຣວດ ຂອງອົງການ ຄວາມໂປ່ງສັຍ ນາໆຊາດ ໃນປີນີ້ ປະກົດວ່າ ສປປລາວ ຢູ່ໃນອັນດັບ ທີ 160 ຈາກ 174 ປະເທດ ໃນທົ່ວໂລກ ຖືວ່າ ຮ້າຍແຮງຂຶ້ນ ກວ່າເກົ່າ ຖ້າທຽບໃສ່ ປີຜ່ານມາ ຊຶ່ງຢູ່ໃນ ອັນດັບ ທີ 154.