ລາວ-ວຽດນາມ ຮ່ວມປູກຢາງພາລາ

ຣະຫວ່າງ ແຂວງ ຂອງ ລາວ ແລະ ວຽດນາມ ຈະຍົກ ຣະດັບ ຄວາມຮ່ວມມື ໃນການ ປູກ ຢາງພາລາ.

0:00 / 0:00

ກົດຟັງສຽງ

ແຂວງ ຈຳປາສັກ ແລະ ແຂວງ ບີນດົງ ຂອງ ວຽດນາມ ມີແຜນການ ຈະເພີ້ມ ຄວາມຮ່ວມມື ໃນການ ຂຍາຍ ພື້ນທີ່ ການປູກ ຢາງພາລາ ໃນຣະຍະ 5 ປີ ຂ້າງຫນ້າ ຊື່ງເປັນ ພາກສ່ວນ ຂອງການ ລົງນາມ 9 ຂໍ້ ຣະຫວ່າງ ສອງແຂວງ ໃນເດືອນ ມິຖຸນາ ປີນີ້. ແຜນການ ດັ່ງກ່າວ ເລີ້ມຂື້ນ ຣະຫວ່າງ ການໄປ ຢ້ຽມຢາມ ວຽດນາມ ຂອງຜູ້ນຳ ຣະດັບສູງ ເລຂາພັກ ແຂວງ ຈຳປາສັກ ທ່ານ ສອນໄຊ ສີພັນດອນ ຜູ້ທັງເປັນ ຄນະກັມມະການ ສູນກາງພັກ ສປປລາວ.

ໃນການ ລົງນາມກັນ ທັງສອງ ແຂວງ ນອກຈາກ ຈະມີການ ຂຍາຍພື້ນທີ່ ໃນການປູກ ຢາງພາລາ ແລ້ວ ກໍຍັງໄດ້ ຕົກລົງກັນ ຈະສືບຕໍ່ ແລກປ່ຽນ ການຢ້ຽມຢາມ ຂອງ ເຈົ້າຫນ້າທີ່ ຣະດັບສູງ ຣະຫວ່າງກັນ ແລະ ຮ່ວມທັງ ການຮ່ວມມື ໃນການຜລິດ ວັສດຸກໍ່ສ້າງ ແລະ ເຄື່ອງຫັຖກັມ ປະເພດຕ່າງໆ ພ້ອມທັງ ການຝືກ ອົບຮົມ ນັກສືກສາ ຣະຫວ່າງ ສອງປະເທດ ໃນສົກ ປີ 2011-2015 ນຳອີກ.

ທັງສອງຝ່າຍ ໄດ້ທົບທວນ ຜົລຜລິດ ຈາກໂຄງການ ປູກ ຢາງພາລາ ກວ່າ 10 ພັນ ຕົ້ນ ຂອງ ວຽດນາມ ໃນລາວ ຣະຫວ່າງ ປີ 2006-2010 ໃນນັ້ນ 6 ພັນ ຕົ້ນ ແມ່ນປູກ ໃນທົ່ວ ປະເທດ ແລະ 4 ພັນ ຕົ້ນ ແມ່ນປູກ ຢູ່ ແຂວງ ຈຳປາສັກ ທີ່ກຳລັງ ເຕີບໂຕ ແລະ ໃຫ້ນ້ຳຢາງ ໃນບາງ ພື້ນທີ່.

ມີການ ແລກປ່ຽນ ປະສົພການ ໃນການ ສ້າງຕັ້ງເຂດ ອຸດສາຫະກັມ ການຜລິດ ໃນແຂວງ ເພື່ອດືງດູດ ນັກລົງທືນ ຈາກ ຕ່າງປະເທດ. ແຂວງບີນດົງ ໄດ້ ບໍຣີຈາກ ເງີນ 1 ລ້ານ ໂດລາ ໃຫ້ ແຂວງ ຈຳປາສັກ ເພື່ອໃຊ້ ໃນໂຄງການ ພັທນາ ສັງຄົມ ໃນແຂວງ. ຕົວແທນ ຈາກສປປລາວ ຍັງໄດ້ໄປ ຢ້ຽມຢາມ ເຂດ ອຸດສາຫະກັມ ໃນແຂວງ ດັ່ງກ່າວ ນຳອີກ.