ຍັງບໍ່ມີຮ່ອງຮອຍຂອງ ທ.ສົມບັດ ສົມພອນ

ຣັຖບານລາວ ຖືກຮຽກຮ້ອງ ໃຫ້ດຳເນີນການ ຢ່າງວ່ອງໄວ ກ່ຽວກັບ ກໍຣະນີ ການຫາຍສາບສູນ ຂອງ ທ່ານສົມບັດ ສົມພອນ.
ສິດນີ
2012.12.19
F-Sombat-Somphone ທ່ານສົມບັດ ສົມພອນ ຜູ້ທີ່ຊາວໂລກ ຢາກຮູ້ວ່າ ຢູ່ໃສ? ຫຼັງຈາກຖືກ ນໍາໂຕເຂົ້າໄປ ໃນສະຖານີ ຕໍາຣວດ ເມືອງ ສີສັຕຕະກາກ ນະຄອນຫຼວງ ວຽງຈັນ
Sombat Somphone

ໃນມື້ວັນທີ 18 ທັນວາ 2012 ນີ້ ກຸ່ມນັກເຄື່ອນໄຫວ ຈາກອົງການ ທີ່ບໍ່ຂື້ນກັບ ຣັຖບານ (NGO) ທີ່ ປະເທດໄທ ໄດ້ພາກັນ ຮຽກຮ້ອງ ໃຫ້ ຣັຖບານລາວ ສືບສວນ ກ່ຽວກັບ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຫົວຫນ້າ ຫ້ອງການ ອົງການ ທີ່ບໍ່ຂື້ນກັບ ຣັຖບານ ໃນລາວ ຜູ້ທີ່ໄດ້ຮັບ ລາງວັນ ແມaກໄຊໄຊ ທີ່ໄດ້ຫາຍໂຕໄປ ເປັນເວລາ ຫລາຍວັນ ນັ້ນໂດຍດ່ວນ.

ໃນຈົດຫມາຍ ທີ່ ກຸ່ມດ່ັງກ່າວ ສົ່ງໄປຍັງ ຣັຖບານລາວ ສະພາ ແຫ່ງຊາດ ແລະ ສະຖານທູດ ຕ່າງປະເທດ ໃນ ສປປລາວ ກຸ່ມນັກເຄື່ອນໄຫວ ໄດ້ສະແດງ ຄວາມເປັນຫ່ວງ ເຖິີງຄວາມປອດພັຍ ຂອງ ທ່ານ ສົມບັດ ສົມພອນ ແລະ ໄດ້ຮຽກຮ້ອງ ໃຫ້ທາງການລາວ ດຳເນີນມາຕການ ຢ່າງຮີບດ່ວນ ໃນກໍຣະນີ ດັ່ງກ່າວ.

ທ່ານ ສົມບັດ ສົມພອນ ເປັນທີ່ຄຸ້ນເຄີຍ ໃນກຸ່ມນັກ ເຄື່ອນໄຫວ ທາງດ້ານ ສັງຄົມໃນໄທ ເປັນຢ່າງດີ ເພາະເຮັດວຽກ ຂ້າມແດນ ໃນການພັທນາ  ສັງຄົມ ຣະຫວ່າງ ປະເທດ ມາຕຣອດ. ທ່ານໄດ້ ສ້າງຕັ້ງ ອົງການ ທີ່ບໍ່ຂື້ນກັບ ຣັຖບານ ເພື່ອສົ່ງເສີມ ການພັທນາ ສັງຄົມ ໃນລາວ ແລະ ເຄີຍໄປສຶກສາ ທີ່ ສະຫະຣັຖ ອະເມຣິກາ.

ແຫລ່ງຂ່າວ AP ຣາຍງານວ່າ ຫມູ່ຂອງທ່ານ ສົມບັດ ຜູ້ທີ່ບໍ່ປະສົງ ອອກຊື່ ຄົນນຶ່ງ ໃຫ້ການ ຕໍ່ນັກຂ່າວ AP ທາງ ໂທລະສັບ ວ່າ ເລົາໄດ້ເຫັນ ຮູບພາບ ຈາກກ້ອງ ວົງຈອນປິດ ທີ່ເຫັນທ່ານ ສົມບັດ ສົມພອນ ຖືກນຳໂຕ ເຂົ້າໄປໃນ ສະຖານນີ ຕຳຣວດ ແລະວ່າ ໃນມື້ວັນຈັນ ຍາດພີ່ນ້ອງ ຂອງລາວ ກໍໄດ້ທົບທວນ ເບີ່ງຮູບພາບດັ່ງກ່າວ ກໍພົບວ່າ ໃນເວລາ 6 ໂມງແລງ ຂອງ ມື້ວັນເສົາ ທ່ານ ສົມບັດ ຖືກເຈົ້າໜ້າທີ່ ຕໍາຣວດ ຢຸດຣົຖ ໃນເວລາ ກັບບ້ານ ແລະ ຖືກນຳໂຕ ເຂົ້າໄປໃນ ສະຖານີ ຕຳຣວດ ເມືອງ ສີສັດຕະນາກ ຕໍ່ມາ ມີຜູ້່ຊາຍ ຜູ້ນຶ່ງ ຍ່າງອອກຈາກ ສະຖານີ ຕຳຣວດ ແລ້ວຂື້ນຣົຖກະບະ ສີຂາວ ໄປກັບເລົາ ຫລັງຈາກນັ້ນ ກໍບໍ່ຮູ້ຂ່າວຄາວ ຂອງເລົາເລີຍ.

ເລົາບໍ່ໄດ້ບອກ ຣາຍລະອຽດ ວ່າ ກ້ອງວົງຈອນປິດ ນັ້ນແມ່ນ ມາຈາກໃສ ຈຸດໃດ?

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.