ບໍຣິສັດຕ່າງປະເທດ ສົ່ງຟ້ອງ ສປປ ລາວ

ສປປ ລາວ ຖືກກ່າວຫາວ່າ ເປັນບ່ອນ ລົງທືນ ທີ່ບໍ່ມີ ຄວາມປອດພັຍ
ສົມເນ
2012.08.16

ບໍຣິສັດ ລົງທືນ ຕ່າງປະເທດ Lao Holding N.V ຖະແຫລງວ່າ ສປປ ລາວ ບໍ່ມີຄວາມປອດພັຍ ສໍາລັບ ການລົງທືນ ຂອງ ຕ່າງປະເທດ ແລະ ຍັງຕ້ອງການ ຄວາມຊ່ວຍເຫລືອ ຈາກ ທະນາຄານໂລກ ໃນການໄກ່ເກັ່ຽ ກໍຣະນີ ຜິດຖຽງກັນ ກ່ຽວກັບ ເງິນລົງທືນ  $400 ລ້ານ ໃນລາວ.

ຕາມລາຍງານ  Newswire Asia ລາຍງານຂອງ ວັນທີ່ 15 ສິງຫາ 2012 ບໍຣິສັດ  Lao Holdings N.V  ແລະ ທຸກສາຂາ ບໍຣິສັດ ຮ່ວມກັບ ບໍຣິສັດ  Sanum Investment  ຈໍາກັດ ທັງສອງ ບໍຣິສັດນີ້ ໄດ້ສົ່ງຟ້ອງ ຣັຖບານລາວ ເພື່ອຢັບຢັ້ງ ບໍ່ໃຫ້ເອົາເງິນ ລົງທືນ ຈໍານວນ $400 US ລ້ານ ແບບຜິດກົດໝາຍ. ການແກ້ໄຂ ຂໍ້ກ່າວອ້າງ ທີ່ວ່ານີ້ ຈະແມ່ນ ສູນແກ້ໄຂບັນຫາ ຜິດຖຽງ ວ່າດ້ວຍ ການລົງທືນ ຣະຫວ່າງ ປະເທດ ຂອງ ທະນາຄານໂລກ ເປັນຜູ້ດໍາເນີນການ ໂດຍໃຊ້ ສົນທິສັນຍາ ທີ່ສປປລາວ ໄດ້ລົງນາມ ໄປນັ້ນ ຊື່ງໃນ ເອກກະສານ ດັ່ງກ່າວ ຝ່າຍລາວ ສັນຍາ ວ່າຈະປົກປ້ອງ ການລົງທືນ ຕ່າງປະເທດ.

ຂໍ້ກ່າວອ້າງ ຂອງ ທ່ານ  Jody Jordahl ປະທານ ບໍຣິສັດ Sanum ວ່າ ພວກທ່ານ ລົງທືນດ້ວຍ ຄວາມເຊື່ອໝັ້ນ ໃນ ສປປ ລາວ ແລະເຊື່ອໝັ້ນ ໃນອະດີດ ນາຍົກ ຣັຖມົນຕຣີ ທີ່ໃຫ້ຄວາມໝັ້ນໃຈ ຕໍ່ພວກຕົນວ່າ ຣັຖບານລາວ ຈະເຮັດຕາມ ຣະບຽບ ກົດໝາຍ ທຸກໆຢ່າງ. ພວກທ່ານ ເຮັດກິຈການ ທີ່ມີຜົນກໍາໄຣ ແລະ ສ້າງໜ້າວຽກ ໄດ້ຫລາຍພັນວຽກ. ເມື່ອເວລາ ບໍຣິສັດ ມີກໍາໄຣແລ້ວ ຣັຖບານລາວ ເຂົ້າໄປເອົາ ກິຈການ ຈາກພວກຕົນ. ທ່ານວ່າ ມັນເປັນພຽງ ກໍຣະນີ ນື່ງເທົ່ານັ້ນ ທີ່ຣັຖບານລາວ ລະເມີດສັນຍາ ເພື່ອປົກປ້ອງ ນັກລົງທືນ ຕ່າງປະເທດ ຈາກ ຄວາມເຫັນແກ່ໄດ້ ແລະ ການເອົາລັດ ເອົາປຽບ.

ທ່ານ  jordahl ວ່າ ຊັພສິນທີ່ວ່ານີ້ ແມ່ນຈາກ ການລົງທືນ $85 US ລ້ານ ກວ່າໆ ທີ່ມອບໃຫ້ ຣັຖບານລາວ ເພື່ອການລົງທືນ ໂດຍກົງ ມາຮອດ ປັດຈຸບັນນີ້ ມີມູນຄ່າ ຢ່າງນ້ອຍ $ 400 US  ລ້ານ ຂໍ້ກ່າວຫາວ່າ ຣັຖບານລາວ ລະເມີດສັນຍາ ມີທັງໝົດ 5 ຂໍ້. ນີ້ເປັນພຽງ ເບື້ອງຕົ້ນ ຂອງຄໍາກ່າວອ້າງ ຂອງປະທານ ບໍຣິສັດ Sunum  ໃນການສົ່ງຟ້ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.