ສປປລ ຍັງຂາດຄຣູ
2011.11.10

ກົດຟັງສຽງ
ການຜລິດ ຄູສອນ ໂຮງຮຽນ ຊັ້ນປະຖົມ ຂອງ ຣັຖບານ ລາວ ເພື່ອໃຫ້ ພຽງພໍ ກັບທີ່ ຕ້ອງການ ແລະ ຕອບສນອງ ເປົ້າໝາຍ ຂອງ ໂຄງການ ການສືກສາ ເພື່ອໝົດ ທຸກຄົນ ທີ່ມີ ຊື່ ຫຍໍ້ວ່າ EFA ໃຫ້ຈົບຊັ້ນ ປະຖົມ ບໍຣິບູນ ພາຍໃນປີ 2015 ນີ້, ແຕ່ໃນປີ ຜ່ານມາ ຍັງບໍ່ໄດ້ ຕາມຄາດໝາຍ ຍ້ອນວ່າ ມີນ້ອຍຄົນ ທີ່ສົນໃຈ ຮຽນ ອາຊີພຄຣູ. ເຈົ້າໜ້າທີ່ ກະຊວງ ສືກສາ ໄດ້ ອະທິບາຍ ວ່າ:
"ກໍ EFA ນີ້ໜາ ການສືກສາ ເພື່ອໝົດ ທຸກຄົນ education for all ເນາະ ຮອດ 2015 ນີ້ ໃຫ້ ປະຊາຊົນ ຄົນລາວ ທັງໝົດ ນີ້ ຈົບ ປະຖົມ ດັ່ງນັ້ນ ຖືວ່າເພິ່ນ ເລັ່ງລັດ ມີຄູ ສ້າງຄູ ເລັ່ງລັດ ຈົບມໍ ປາຍ ແລ້ວ ມາຮຽນ 1 ປີ ຖືວ່າ ແມ່ນຄວາມ ຕ້ອງການ ກໍຖືວ່າ ໃນຊຸ່ມປີ ຜ່ານມາ ຖືວ່າ ແມ່ນບໍ່ໄດ້ ຕາມຄວາມ ຕ້ອງການ ບໍ່ພຽງພໍ ເວົ້າລວມ".
ດັ່ງທີ່ທ່ານ ໄດ້ ອະທິບາຍ ນັ້ນວ່າ ຣັຖບານ ຊຸກຍູ້ ໃຫ້ ວິທຍາໄລ ຄຣູ ໃນແຕ່ລະ ແຫ່ງ ໃນທົ່ວ ປະເທດ ຜລິດ ຄຣູສອນ ຊັ້ນປະຖົມ ໃຫ້ຫລາຍຂື້ນ ໂດຍຮັບເອົາ ນັກຮຽນ ຈົບ ມັທຍົມປາຍ ໄປຝືກ ວິຊາສອນ ຕື່ມອີກ ນື່ງປີ ແລ້ວກໍ ອອກໄປສອນ ຊັ້ນປະຖົມ ໄດ້.
ໃນຄວາມ ເປັນຈິງ ນັ້ນ ທ່ານວ່າ ມີ ວິທຍາໄລ ຄຣູ ພຽງແຕ່ 4 ແຫ່ງ ໃນຈໍານວນ 10 ແຫ່ງ ໃນທົ່ວ ປະເທດ ທີ່ສາມາດ ຜລິດຄຣູໄດ້ ປີນື່ງ 1,000 ຄົນ ແຕ່ລະແຫ່ງ ຊື່ງຖືວ່າ ບໍ່ໄດ້ຕາມ ຄາດໝາຍ. ວິທຍາໄລ ທີ່ ສາມາດ ຜລິດຄຣູ ໄດ້ ປີລະ 1,000 ຄົນ ກໍມີ ວັທຍາໄລ ຄຣູ ຫລວງພຣະບາງ ນະຄອນຫລວງ ວຽງຈັນ ສວັນນະເຂດ ແລະ ປາກເຊ. ທີ່ເຫລືອນັ້ນ ແຕ່ລະແຫ່ງ ສະເລັ່ຽແລ້ວ ຜລິດ ຄຣູສອນ ໄດ້ 500 ຄົນ ໃນແຕ່ ລະ ປີ. ຫລັງຈາກ ຄຣູ ຈົບການ ອົບຮົມ ແລ້ວ ບັນຫາ ນື່ງອີກ ກໍຄືວ່າ ບໍ່ສາມາດ ບັງຄັບ ໃຫ້ໝົດທຸກຄົນ ໄປສອນໄດ້.