ການປະພຶດໂຕຂອງ ນັກທ່ອງທ່ຽວເມືອງວັງວຽງ
2011.08.02

ກົດຟັງສຽງ
ນັກທ່ອງທ່ຽວ ທີ່ໄປທ່ຽວ ເມືອງວັງວຽງ, ນິຍົມກັນ ຂີ່ກົງຢາງ ລ່ອງໄປ ຕາມນໍ້າຊອງ ຫລື ມ່ວນຊື່ນກັນ ຢູ່ໃນ ເຮືອນແພ ແຄມນໍ້າ. ຊາວລາວ ໃນທ້ອງຖິ່ນ ເວົ້າວ່າ ດຽວນີ້ ສິ່ງທີ່ ນັກທ່ອງທ່ຽວ ນິຍົມກັນ ຫລີ້ນນັ້ນ ແມ່ນເປັນການ ທໍາລາຍ ວັທນະທັມ ຂອງ ເມືອງລາວ: ຕາມລາຍງານ ໜັງສືພິມ ອອນລາຍ ການທ່ອງທ່ຽວ stuff.co.nz. ລາຍງານ ທີ່ອ້າງຕາມ ການບອກເລົ່າ ຂອງ ທ້າວ ທະນົງສີ ສໍຣັງກຸນ ເຈົ້າຂອງໄຮ່ ປອດສານພິດ ໃນເມືອງ ວັງວຽງ ວ່າ ການຂີ່ກົງລົດ ລ່ອງລົງຕາມ ນໍ້າຊອງ ນີ້ ເລີ້ມຂື້ນ ແທ້ໆ ເມື່ອປີ 1999. ໃນເວລານັ້ນ ລາວ ໄດ້ຊື້ກົງລົດ ສໍາລັບໄວ້ ໃຫ້ອາສາສມັກ ທີ່ມາ ຊ່ວຍວຽກງານ ໃນໄຮ່ ຂອງລາວ ໃຊ້ພັກຜ່ອນ ຢ່ອນອາລົມ ຢູ່ໃນ ນໍ້າຊອງ.
ປະມານ ນື່ງເດືອນ ຕໍ່ມາ ເຮືອນຮັບແຂກ ແລະ ບໍຣິສັດ ພາທ່ຽວ ຕ່າງກໍເອົາ ກົງລົດ ຂອງຕົນ ມາພ້ອມ ເພື່ອລ່ອງຫລີ້ນ ລົງມາຕາມ ນໍ້າຊອງ. ລາວວ່າ ດຽວນີ້ ບ້ານ ທີ່ສ້າງ ຂື້ນຢູ່ຕາມ ແຄມນໍ້າຊອງ ຊື່ງຕັ້ງຢູ່ ຟາກແມ່ນໍ້າ ກົງກັນ ຂ້າມກັບໄຮ່ ຂອງລາວ ນັ້ນ ເຂົາເຈົ້າ ບໍ່ນັບຖື ລະບຽບ ກົດໝາຍ, ບໍ່ມີການ ຄວບຄຸມ ກວດກາ. ເມື່ອສອງປີ ກ່ອນນັ້ນ ບ່ອນນີ້ ຄືກັບ ແດນສວັນ, ແຕ່ດຽວນີ້ ສົ່ງສຽງ ດົນຕຣີ ກ້ອງດັງ ອອກມາ ລົບກວນ. ພວກນັກ ທ່ອງທ່ຽວ ມັກຖິ້ມ ຂີ້ເຫຍື່ອ ຊະຊາຍ, ມີການກອດ ຈູບກັນ ຢ່າງເປີດເຜີຽ.
ທ້າວ ແສງແກ້ວ ພິຈິດຕະວົງ ເຈົ້າຂອງໄຮ່ ອີກຄົນນື່ງ ເວົ້າວ່າ ຜົນສະທ້ອນ ຈາກການ ທ່ອງທ່ຽວ ຂີ່ກົງລົດ ລ່ອງນໍ້າຊອງ ນີ້ ທໍາລາຍ ໂສມໜ້າ ແລະ ວັທນະທັມ ໃນເມືອງ ວັງວຽງ, ບໍ່ຈັກວ່າ ຄົນປະເປືອຍ ເຫລົ້າຢາ ປາແປ້ງ ຄົນເມົາ ຢູ່ໃນ ທຸກຫົນ ທຸກແຫ່ງ ມີບັນຫາ ທາງເພດ, ເດັກນ້ອຍ ກາຍເປັນຄົນ ຂີ້ລັກ.