ໂຮງງານເຄື່ອງ ອະໄຫຼ່ຣົດຢູ່ລາວ
2011.11.22

ກົດຟັງສຽງ
ທາງການ ລາວ ຈະເປິດ ໂຮງງານ ຜລິດເຄື່ອງອະໄຫຼ່ ຣົຖຍົນ ທິ່ມີມູນຄ່າ ປະມານ 1 ພັນ 5 ຮ້ອຍ ລ້ານ ໂດລາ ສະຫະຣັດ ຂື້ນໃນ ແຂວງຄຳມ່ວນ ທິ່ຈະສາມາດ ຈ້າງ ຄົນງານລາວ ໄດ້ປະມານ 2 ພັນຄົນ ໃນ 3 ປີ ຂ້າງຫນ້າ.
ພິທີວາງຫີນ ສີລາຣຶກ ຂອງ ການກໍ່ສ້າງ ໂຮງງານ ດັ່ງກ່າວ ໄດ້ຈັດຂຶ້ນ ໃນມຶ້ດຽວກັນ ກັບພິທິ ເປິດຂົວ ມິຕພາບ ລາວ-ໄທ ແຫ່ງທີ 3 ເມືອງທ່າແຂກ ນະຄອນພະນົມ ໃນ ວັນທີ 11 ເດຶອນ 11 ປີ 2011. ການຕັດ ສິນໃຈ ໃນການສ້າງ ໂຮງງານ ດັ່ງກ່າວ ຂອງ ບໍຣິສັດ ໂຈ ບຸນມີ ມີຂຶ້ນຫລັງຈາກ ຝ່າຍການ ປົົົກຄອງ ທ້ອງຖິ່ນ ທິ່ ແຂວງຄຳມ່ວນ ໃຫ້ ສຳປະທານ ທິ່ດິນ ແກ່ ບໍຣິສັດ ປະມານ 720 ເຮັກຕາ.
ຍານາງ ບຸນມີ ບັງອອນ ແສງເດດ ປະທານ ຍິງ ຂອງ ບໍຣິສັດ ໂຈບຸນມີ ກ່າວວ່າ ການລົງທຶນ ດັ່ງກ່າວ ແມ່ນ ປະຕິບັດ ຕາມກົລໄກ ແລະ ນະໂຍບາຍ ຂອງ ຣັຖບານລາວ ໃນການຜລິດ ສິນຄ້າ ເພຶ່ອ ສົ່ງອອກ ເພຶ່ອສ້າງ ໂອກາດ ວຽກເຮັດ ງານທຳ ແລະ ເພິ້ມລາຍໄດ້ ໃຫ້ແກ່ ປະຊາຊົນ ໃນທ້ອງຖິ່ນ.
ພຶ້ນທິ່ ສຳປະທານ ກວ່າ 700 ເຮັກຕາ ດັ່ງກ່າວ ແມ່ນຕັ້ງຢູ່ ໃນສົ້ນຂົວ ມິຕພາບ ລາວ-ໄທ ແຫ່ງທີ 3 ທິ່ ບ້ານເວິນ ເມຶອງທ່າແຂກ ຈະບໍ່ສ້າງ ສະເພາະແຕ່ ໂຮງງານ ຜລິິດສິ້ນສ່ວນ ຣົຖຍົນ ເທົ່ານັ້ນ ຍັງຈະສ້າງ ໂຮງງານ ຊນິດອຶ່ນໆ ນຳອິກ ຮ່ວມທັງ ໂຮງແຮມ ຣະດັບສຸງ ໃນເຂດ ເສຖກິດ ພິເສດ ແຫ່ງນັ້ນ.