ຣະບົບສື່ສາຣ 4G ໃນລາວ
2012.10.30
ບໍຣິສັດ ລາວ ໂທຣະຄົມ ປະກາດ ວ່າ ທາງບໍຣິສັດ ກໍານົດ ຈະເປີດໃຊ້ບໍຣິການ ຣະບົບ 4G ໃນເດືອນໜ້າ ເພື່ອຮັບໃຊ້ ກອງປະຊຸມ ສຸດຍອດ ອາເຊັມ, ທີ່ກໍານົດຈັດຂຶ້ນ ໃນວັນທີ 5-6 ພຶສຈິການີ້.
ຫລັງການ ການເປີດໃຊ້ ບໍຣິການ ຣະບົບ 4G ນີ້ແລ້ວ, ໝາຍຄວາມວ່າ ລາວ ຈະເປັນປະເທດ ທີ 2 ໃນກຸ່ມອາຊຽນ ທີ່ນໍາໃຊ້ ຣະບົບດັ່ງກ່າວ ຫລັງຈາກ ປະເທດສິງກະໂປ ທີ່ໃຊ້ຣະບົບ ດັ່ງກ່າວນັ້ນແລ້ວ. ການສື່ສານ ຮຸ່ນ 4G ນີ້ ເປັນຣະບົບ ທີ່ທັນສມັຍ ທີ່ສຸດ ໃນປັຈຈຸບັນ. ມີຄວາມໄວສູງ ໃນການຮັບ ແລະ ສົ່ງສົ່ງສັນຍາ ເຖິງ 100 ເມັກ, ຊຶ່ງໄວກວ່າ ຮຸ່ນ 3G ເຖິງ 5 ເທົ່າ.
ລາວ ໂທຣະຄົມ ໄດ້ເຊັນສັນຍາ ກັບ ບໍຣິສັດ ຮໍເວີຍ, ໂດຍການນໍາເອົາ ຣະບົບ ໂທຣະສັບ 4G ຈໍານວນ 20 ສະຖານນີ ມາຕິດຕັ້ງ ຢູ່ນະຄອນຫລວງວຽງຈັນ ແລະ ມີຄວາມພ້ອມ ໃນການຮັບໃຊ້ ກອງປະຊຸມ ສຸດຍອດ ອາເຊັມ 9 ທີ່ຈະມາເຖິງນີ້.
ເຖິງຢ່າງໃດ ກໍຕາມ ເນື່ອງຈາກວ່າ ຣະບົບ 4G ເປັນຣະບົບເທັກໂນໂລຈີ ໃໝ່, ຕ້ອງໃຊ້ເວລາ ໃນການຕິດຕັ້ງ ແລະ ທົດລອງ ເພື່ອໃຫ້ສາມາດ ບໍຣິການ ຢ່າງເຕັມຮູບແບບ ໃນອະນາຄົດ. ປັຈຈຸບັນ ຣະບົບ 4G ລາວ ໂທຣະຄົມ ແມ່ນສາມາດ ບໍຣິການ ໄດ້ພຽງແຕ່ ຣະບົບ ຂໍ້ມູນ ດາຕາ ຢ່າງດຽວ, ສ່ວນການຕິດຕັ້ງ ໃນບັນດາແຂວງແຕ່ງໆ ແລະ ການເປີດ ຣະບົບ ຢ່າງເຕັມຮູບແບບນັ້ນ, ຄາດວ່າ ຈະດໍາເນີນງານ ໃນທ້າຍປີ ນີ້ ຫລື ຕົ້ນປີ 2013.