ເສຖກິຈລາວເຕີບໃຫຍ່

ທະນາຄານໂລກ ຣາຍງານວ່າ ເສຖກິດ ຂອງລາວ ຈະຂຍາຍຕົວ 8.3 ສ່ວນຮ້ອຍ ໃນປີນີ້ ຍ້ອນມີ ການກໍ່ສ້າງ ອຸດສາຫະກັມ ການຂຸດຄົ້ນ ບໍ່ແຮ່ ແລະ ການບໍຣິການ ກໍເພິ້ມຂື້ນ.
ອາວາຣີ
2012.07.13

ສິ່ງທີ່ດີ ສຳລັບ ປະຊາຊົນລາວ ໃນຣະຍະນີ້ ຣາຄາເຂົ້າສານ ຖືກລົງ ຣາຄານ້ຳມັນ ແພງຂື້ນ ເລັກນ້ອຍ ເທົ່ານັ້ນ. ບັນຫາໃຫຍ່ ແມ່ນການຂາດດູນ ງົບປະມານ ເພາະຣັຖບານ ໃຊ້ຈ່າຍເງິນ ຫລາຍເພື່ອສ້າງ ໂຄງຮ່າງ ພື້ນຖານ ອີກ ບັນຫານຶ່ງ ການເກັບພາສີ ອາກອນ ບໍມີ ປະສິດທິພາບ ເກັບບໍ່ໄດ້ຕາມ ຣະດັບຄາດໝາຍ ການເກັບເງິນ ເຂົ້າຣັດ ຍັງຮົ່ວໄຫລ ຫລາຍ.

ເຖິງວ່າເສຖກິດ ຂອງລາວ ຈະຂຍາຍຕົວໄວ ໃນຣະຍະ ສອງສາມປີ ທີ່ຜ່ານມາ ແຕ່ການຂຍາຍຕົວ ນັ້ນອາໄສ ແຕ່ ການລົງທຶນ ໃນຣະຍະສັ້ນ ເຊັ່ນການກໍ່ສ້າງ ແລະການຂຸດຄົ້ນ ບໍ່ແຮ່.

ປັດຈຸບັນ ຢູ່ນະຄອນຫຼວງ ວຽງຈັນ ກຳລັງມີ ການກໍ່ສ້າງ ຢ່າງຂນານໃຫຍ່ ເຊັ່ນການປັບປຸງ ສນາມບິນ ວັດໄຕ ການສ້າງສູນ ປະຊຸມ ນານາຊາດ ການສ້າງ ໂຮງແຮມ ເຮືອນພັກ ແລະ ຖນົນຫົນທາງ. ແຕ່ບັນຫາ ມີຢູ່ວ່າ ການກໍ່ສ້າງ ເຫລົ່ານັ້ນ ເມື່ອສຳເຣັດແລ້ວ ກໍແລ້ວໄປ ໝົດໄປ ຖ້າເວົ້າແທ້ໆ ການກໍ່ສ້າງໃຫຍ່ໆ ທີ່ກ່າວມານັ້ນ ຈະສິ້ນສຸດລົງ ພາຍໃນປີນີ້ ກ່ອນຈະມີ ກອງປະຊຸມ ສຸດຍອດ ເອເຊັຍ-ຢູໂຣບ ໃນທ້າຍປີ.

ການຂຸດຄົ້ນ ບໍ່ແຮ່ ກໍເຊັ່ນດຽວກັນ ໝົດໄວ ຕົວຢ່າງການ ຜລິດຄຳ ແລະ ທອງຈາກ ບໍ່ຄຳເຊໂປນ ກໍຫລຸດລົງຫລາຍ ໃນຣະຍະ ສອງສາມປີ ຜ່ານມາ.

ສລຸບແລ້ວ ເສຖກິດຂອງລາວ ເຖິງຂຍາຍຕົວ ແຕ່ຂຍາຍຕົວ ໃນຣະຍະສັ້ນ ເທົ່ານັ້ນ ໃນຣະຍະຍາວ ເສຖກິດລາວ ຍັງບໍ່ມີ ພື້ນຖານ ແໜ້ນໜາເທື່ອ. ແຮງງານ ເກືອບ 80 ສ່ວນຮ້ອຍ ຍັງເຮັດໄຮ່ ເຮັດນາຢູ່ ຜລິດພຽງແຕ່ ກຸ້ມໂຕເອງ ຫລືຫລາຍຄົນ ບໍ່ກຸ້ມຕົວເອງ ຊ້ຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.