ສໍ້ໄດ້ໂກງດີ ບໍ່ມີໂທດ

ຫ້ອງການ ກວດສອບ ແຫ່ງຣັຖ ມີແຕ່ ກວດສອບ ບໍ່ສາມາດ ບໍ່ເຄີຍ ຈັບກຸມ ຜູ້ສໍ້ໂກງ ມາລົງໂທດ ໄດ້ຈັກເທື່ອ.
ສິດນີ
2012.11.15
F-Lao-kip ທະນາບັດ ເງິນກີບ ສປປ ລາວ
emergingfrontiersblog

ເຈົ້າຫນ້າທີ່ ກວດສອບ ແຫ່ງຣັຖ ທ່ານນື່ງ ເວົ້າວ່າ ຈາກການກວດສອບ ງົບປະມານ ປະຈຳປີ 2011-2012 ພົບວ່າ ມີເງິນຣາຍຮັບ ຈາກທາງການ ປະມານ 700 ຕື້ກີບ ບໍ່ຖືກມອບ ເຂົ້າໃນ ງົບປະມານ ເຮັດໃຫ້ ຣັຖບານ ເສັຽຜົລປະໂຫຍດ ຮ່ວມທັງການຈ່າຍ ກໍບໍ່ເປັນ ໄປຕາມແຜນ.

ຈາກການກວດສອບ ເອກສານ ຣາຍງານ ການເງິນ ຂອງທະນາຄານ ແຫ່ງຊາດ ໄດ້ພົບເຫັນ ເງິນຣາຍຮັບ ຈາກວິຊາການ ເງິນຂາຍໄມ້ ເງິນເພື່ອ ພັທນາ ເງິນກອງທຶນ ແລະ ເງິນຊ່ອຍເຫລືອລ້າ ທີ່ບໍ່ຖືກມອບ ເຂົ້າໃນ ທະນາຄານ ທັງຫມົດ ປະມານ 797 ຕື້ກີບ ໃນນັ້ນ ເງິນທີ່ຈ່າຍ ນອກແຜນການ ມີ 556 ຕື້ກີບ ແລະ ຍັງພົບເຫັນ ການປະຕິບັດ ໂຄງການ ນອກແຜນ ງົບປະມານ ຮວມເປັນເງິນ ປະມານ 2,590 ຕື້ກີບ.

ຈາກການກວດສອບ ເອກສານ ການເງິນ ຂອງ ຣັຖວິສາຫະກິດ ໃນ 12 ເປົ້າຫມາຍ ພົບວ່າ ຣະບົບການ ຄຸ້ມຄອງ ບໍຣິການ ຈັດການ ບໍ່ເຂັ້ມງວດ ແລະ ການຖືບັນຊີ ບໍ່ຖືກຕ້ອງ ຕາມກົດຫມາຍ ການຈັດຕັ້ງ ປະຕິບັດ ການໃຊ້ຈ່າຍ ໃນແຕ່ລະ ຣັຖວິສາຫະກິດ ບໍ່ມີຣະບຽບ ຫລັກການ ເພື່ອກຳນົດ ເພດານ ການ ໃຊ້ຈ່າຍ ຈື່ງເຮັດໃຫ້ ມີການສີ້ນເປືອງ ງົບປະມານ ຂອງຣັຖ ໃນທາງ ທີ່ບໍ່ຈຳເປັນ.

ຈາກການກວດສອບ ໂຄງການ ເງິນກູ້ ແລະ ການຊ່ອຍເຫລືອລ້າ ໃນ 37 ເປົ້າຫມາຍ ຊື່ງມີມູນຄ່າ ທັງຫມົດ ປະມານ 777 ລ້ານໂດລາ ໃນນັ້ນ ເປັນເງິນກູ້ ແລະ ເງິນຊ່ອຍເຫລືອລ້າ ປະມານ 655 ລ້ານໂດລາ ແລະ ເງິນສົມທົບ ຂອງ ຣັຖບານ ປະມານ 121 ລ້ານໂດລາ ພົບວ່າ ຣະບຽບ ການຈັດຊື້ ຂອງໂຄງການ ນຳໃຊ້ທຶນ ຍັງບໍ່ທັນ ສອດຄ່ອງ ກັບຣະບຽບ ຂອງກະຊວງ ການເງິນ ເອກສານ ການເງິນຕ່່າງໆ ບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນ ການນຳໃຊ້ ພາຫະນະ ແລະ ອຸປກອນ ຂອງຣັຖ ບໍ່ຖືກເປົ້າຫມາຍ ແລະ ກໍມີການ ຟຸມເຟືອຍ ເກື້ອກູນ ພ້ອມທັງ ການເບີກຈ່າຍ ງົບປະມານ ຂອງຣັຖ ແບບບໍ່ມີ ປະສິດທິພາບ.

ເຈົ້າຫນ້າທີ່ ທ່ານນັ້ນກ່າວ ໃນທີ່ສຸດວ່າ ເຖີງແມ່ນວ່າ ຈະມີການ ກວດເຫັນ ຜູ້ກະທຳຜິດ ແຕ່ກໍ່ ບໍ່ສາມາດ ນຳຂື້ນສານ ຕັດສິນ ລົງໂທດໄດ້ ມີແຕ່ສ່ອງແສງ ຕັກເຕືອນກັນ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.