ງົບປະມານຮອງຮັບ ກອງປະຊຸມອາເຊັມ
2012.09.19
ທ່ານ ພູເພັດ ຄຳພຸນວົງ ຣັຖມົນຕຣີ ກະຊວງການເງິນ ກ່າວວ່າ ຣັຖບານຈະແບ່ງເງິນ ຈຳນວນນີ້ອອກເປັນ ສອງກ້ອນໃຫຍ່ ກ້ອນທີ່ນຶ່ງ 12 ລ້ານ ດອນລ້າ ເພື່ອຊື້ຣົດເບັ້ນສ໌ ໃໝ່ 120 ຄັນ ເພື່ອຮັບໃຊ້ຄນະແຂກ ຜູ້ນຳຕ່າງປະເທດ ແລະ ຣົດໂຕໂຢຕ້າ ແຄັມຣີໃໝ່ 130 ຄັນ ເພື່ອຮັບໃຊ້ຂົນສົ່ງ ເຈົ້າໜ້າທີ່ຂັ້ນສູງ ຂອງ ຕ່າງປະເທດ. ກ້ອນທີ່ສອງ 18 ລ້ານ ດອນລ້າ ເພື່ອໃຊ້ໃນການ ບໍຣິຫານ ຈັດກອງປະຊຸມ ອັນໃຫຍ່ໂຕ ດັ່ງກ່າວ.
ເປັນທີ່ສັງເກດວ່າ ເງິນຈຳນວນ 240 ຕື້ ກີບຫລື 30 ລ້ານ ດອນລ້ານີ້ ແມ່ນເງິນ ສຳຣັບຊື້ຣົດໃໝ່ ແລະ ການບໍຣິຫານ ຈັດກອງປະຊຸມ ເທົ່ານັ້ນ ບໍ່ແມ່ນເງິນສຳຣັບ ສ້າງສູນ ປະຊຸມນາໆຊາດ ໂຮງແຮມ ແລະ ເຮືອນພັກ ແຕ່ຢ່າງໃດ.
ຣັຖບານລາວໄດ້ຮັບ ເງິນຊ່ວຍເຫລືອ ຈາກຕ່າງປະເທດ ເພື່ອຈັດກອງປະຊຸມ ຄືໄດ້ຮັບ ເງິນຊ່ວຍເຫລືອລ້າ ຈາກຈີນ 71 ລ້ານ ດອນລ້າ ຢືມເງິນຈາກຈີນ 37 ລ້ານ ດອນລ້າ ໄດ້ຮັບເງິນຊ່ວຍເຫລືອ ຈາກຍີ່ປຸ່ນ 28 ລ້ານ ດອນລ້າ ຈາກໄທ 6 ລ້ານ ດອນລ້າ ຈາກວຽດນາມ ແລະບຣູໄນ ປະເທດລະເຄິ່ງ ລ້ານດອນລ້າ ແລະ ຈາກສະຫະພາບ ຢູໂຣບ 4 ແສນດອນລ້າ ເພື່ອຈັດສົ່ງເຈົ້າໜ້າທີ່ ທາງການລາວໄປ ສຶກສາຮ່ຳຮຽນ ກັບປະເທດອື່ນໆ ກ່ຽວກັບການເປັນ ເຈົ້າພາບ ຈັດກອງປະຊຸມ ອາເຊັມ.
ອອສເຕຣເລັຍຈະຊ່ວຍ ແປພາສາ ແລະ ຝຶກອົບຮົມ ພາສາອັງກິດ ໃຫ້ແກ່ເຈົ້າໜ້າທີ່ ລາວ ສ່ວນສິງກະໂປ ຈະຊ່ວຍຈັດກອງປະຊຸມ ເຈົ້າໜ້າທີ່ ຂັ້ນສູງ ຂອງ ອາເຊັມ ໃຫ້ແກ່ ລາວ.