ຈີນຢາກຮີບເລັ່ງໂຄງການ ສ້າງທາງຣົຖໄຟ
2010.12.29
ກົດຟັງສຽງ
ການສໍາຣວດ ອອກແບບ ໂຄງການສ້າງ ທາງຣົຖໄຟ ຄວາມໄວສູງ ຈາກຊາຍແດນ ຈີນ-ລາວ ບໍ່ຫານ-ບໍ່ເຕັນ ໄປຍັງ ນະຄອນຫລວງ ວຽງຈັນ ເປັນໄປຢ່າງ ຂຸ້ນຂ້ຽວ. ຄາດວ່າ ການສໍາຣວດ ອອກແບບ ຈະແລ້ວ ໃນໄວໆນີ້ ແລະ ຈະເລີ້ມລົງມື ສ້າງປະມານ 3-6 ເດືອນຂ້າງໜ້າ. ຕາມການເປີດເຜີຽ ຂອງທ່ານ ສອນສັກ ນໍຍານຊະນະ ຫົວໜ້າອົງການ ຣົຖໄຟ ແຫ່ງຊາດລາວ:
"ໂຄງການເຂົາ ເລີ້ມສໍາຣວດ ແລ້ວນ໋າ ແຕ່ວ່າຍັງ ສໍາຣວດເບື້ອງຕົ້ນ ຫາກໍເລີ້ມ ສໍາຣວດ ກໍປະມານ 3-6 ເດືອນນີ້ແຫລະ ຕາມແຜນ ເຂົາເຈົ້າຈະພະຍາຍາມໃຫ້ແລ້ວກ່ອນເພາະວ່າ ຈີນມັນເລັ່ງນະ".
ລາຍງານຂອງ ທາງການລາວ ເມື່ອບໍ່ນານ ມານີ້ວ່າ ການວາງສີລາລືກ ເພື່ອກໍ່ສ້າງ ຈະມີຂື້ນ ໃນວັນທີ 24 ເມສາ ປີ 2011 ກົງກັບວັນ ຄົບຮອບ 50 ປີ ຂອງຄວາມສໍາພັນ ທາງການທູດ ລະຫ່ວາງ ລາວ-ຈີນ. ກ່ຽວກັບ ການນໍາເຂົ້າ ຄົນງານຈີນ 50,000 ກວ່າຄົນ ເພື່ອເຮັດວຽກ ສ້າງທາງຣົຖໄຟນີ້ ທ່ານວ່າຕ້ອງ ເບິ່ງໄປຕາມ ຄວາມຄືບໜ້າ ໃນອານາຄົດ ອີກຄັ້ງນື່ງ ຫລັງຈາກ ການສໍາຣວດ ເບື້ອງຕົ້ນ ໄດ້ສໍາເຣັດ ລົງແລ້ວ.
ໃນປັດຈຸບັນນີ້ ຝ່າຍລາວໄດ້ ອະນຸຍາດ ໃຫ້ຄົນງານ ຈີນ ປະມານ 100 ຄົນ ເຂົ້າມາສໍາຣວດ ເສັ້ນທາງ ແລະ ຄວາມເປັນໄປໄດ້ ໃນການກໍ່ສ້າງ ໃນເຂດພາກເໜືອ ໂດຍມີໜ່ວຍງານ ອົງການຣົຖໄຟ ຮ່ວມນໍາ. ໂຄງການສ້າງ ທາງຣົຖໄຟ ຄວາມໄວສູງ ທີ່ມີຄວາມຍາວ 420 ກ່ວາ ກິໂລແມັດ ຈະສາມາດ ລົງມືສ້າງ ແທ້ໆນັ້ນ ຍັງມີຫລາຍ ຂັ້ນຕອນ, ແຕ່ວ່າ ບໍຣິສັດຈີນ ໄດ້ສືກສາ ເຣື້ອງນີ້ ນັບແຕ່ປີ 2004 ເປັນຕົ້ນມາ. ສ່ວນທາງຝ່າຍລາວ ກໍໄດ້ຕັ້ງ ຄນະກັມມະການ ຊີ້ນໍາ ລະດັບຊາດ ຂື້ນແລ້ວເມື່ອ ວັນທີ 23 ທັນວາ, ວັນສຸດທ້າຍ ຂອງກອງປະຊຸມ ສະພາແຫ່ງຊາດ.
ການກໍ່ສ້າງ ຈະໃຊ້ເງິນທືນ ປະມານ 7 ຕື້ ໂດລາ ສະຫະຣັຖ ໂດຍຝ່າຍຈີນ ຖືຫຸ້ນ 70%, ຝ່າຍລາວ ຖືຫຸ້ນ 30%. ເສັ້ນທາງນີ້ ປະກອບດ້ວຍ 21 ສະຖານີ ຮ່ວມທັງ 5 ສະຖານີໃຫ່ຽ, ຈະຜ່ານອຸບໂມງ 96 ແຫ່ງ ຍາວ 186.9 km, ມີຂົວ 165 ແຫ່ງ ຍາວ 92.6 km.