ທາງການລາວສົນໃຈ ທົດລອງນໍາໃຊ້ ICT

ທາງການລາວ ໃຫ້ຄວາມສໍາຄັນ ສົນໃຈ ນໍາໃຊ້ ເທັກໂນໂລຈີ ທີ່ ທັນສມັຍ ຄື: ການສື່ສານ ຂອງຂໍ້ມູນ ທີ່ຜ່ານ ຣະບົບ ດີຈີໂຕ Information Communication Technology ( ICT ) ເພື່ອ ຍົກຣະດັບ ການສຶກສາ ໃນ ສປປລາວ ໃຫ້ມີ ຄຸນນະພາບ.
ມະນີຈັນ
2012.09.11
F-Litu-Buapao ທ່ານ ລີຕູ ບົວປາວ ຮອງຣັຖມົນຕຣີ ກະຊວງ ສຶກສາທິການ ແລະກິລາ ກໍາລັງ ໃຫ້ສັມພາດ ຕໍ່ຜູ້ສື່ຂ່າວ ເອເຊັຍເສຣີ ຢູ່ດ້ານນອກ ກອງປະຊຸມ ຣະດັບ ຣັຖມົນຕຣີ ດ້ານ ICT ປະຈໍາປີ 2012 ທີ່ປະເທດໄທ.
RFA/Manichanh

ສປປລາວ ໃຫ້ຄວາມສໍາຄັນ ສົນໃຈນໍາໃຊ້ Information communication technology (ICT) ເຂົ້າໃນຣະບົບ ການສຶກສາ ຢູ່ ສປປລາວ ແລະ ກໍໄດ້ລິເລີ່ມ ຢູ່ສະຖາບັນ ທີ່ສໍາຄັນ ເຊັ່ນ:ໂຮງຮຽນສ້າງຄຣູ ໂຮງຮຽນເຕັກນິກ ວິຊາຊີພ ແລະ ມະຫາວິທຍາລັຍ ແຕ່ກໍຍັງບໍ່ ທົ່ວເຖິງກັນ. ຕາມຄໍາເວົ້າຂອງ ທ່ານ ລີຕູ ບົວປາວ ຮອງຣັຖມົນຕຣີ ກະຊວງ ສຶກສາທິການ ແລະ ກິລາ.

ຢູ່ດ້ານນອກ ກອງປະຊຸມ ຣະດັບຣັຖມົນຕຣີ ເອເຊັຽ-ປາຊີຟິກ ດ້ານ ICT ປະຈໍາປີ 2012 ທີ່ບາງກອກ ຄັ້ງນີ້ ທ່ານ ລີຕູ ບົວປາວ ກ່າວຕໍ່ຜູ້ສື່ຂ່າວວ່າ:

"ສິ່ງສໍາຄັນກໍຄືວ່າ ພວກເຮົາຍັງບໍ່ມີ ບຸຄລາກອນ ທີ່ມີຄວາມຊ່ຽວຊານ ທາງດ້ານ ອາຍທີຊີ ພຽງພໍ ໂດຍສະເພາະຄຣູ ຂອງພວກເຮົາຫັ້ນ ຍັງບໍ່ໄດ້ມີ ໂອກາດ ໄດ້ຮຽນນໍາໃຊ້ ອາຍຊີທີ ຍ່າງທົ່ວເຖິງ".

ໃນກໍຣະນີນີ້ ກໍເປັນເຣື່ອງທີ່ ທາງການລາວ ຈະມີແຜນພັທນາ ແກ້ໄຂ ໃນຂັ້ນຕໍ່ໄປ ເພື່ອໃຫ້ ນັກຮຽນນັກສຶກສາ ແລະ ໃນໂຮງຮຽນສ້າງຄຣູ ກ່ອນຈະຈົບ ແລະອອກໄປສອນ ກໍຕ້ອງຮູ້ຈັກໃຊ້ ອາຍຊີທີ ເພື່ອທີ່ຈະແນະນໍາ ສອນນັກຮຽນໄດ້ ໂດຍສະເພາະ ໃນເຂດ ຫ່າງໄກສອກຫລີກ ໃຫ້ສາມາດໃຊ້ເປັນ. ທ່ານກ່າວຕໍ່ໄປວ່າ:

"ເພາະວ່າບັນຫາ ຂອງມັນຢູ່ບ່ອນວ່າ ຢູ່ເຂດຫ່າງໄກ ສອກຫລີກ ມັນບໍ່ສະດວກ ປານໃດ ສະນັ້ນຖ້າວ່າເຮົາ ສາມາດໃຊ້ອາຍຊີທີ ໄດ້ດີ ມັນຈະຊ່ວຍໃຫ້ຄຣູ ທີ່ຢູ່ຫ່າງໄກ ສອກຫລີກ ເຂົ້າເຖິງເນື້ອໃນຕ່າງໆ ໄດ້ເປັນຢ່າງດີ ລະໂດຍສະເພາະ ນັກຮຽນ ທີ່ຍູ່ເຂດຫ່າງໄກ ສອກຫລີກ ກໍຈະມີໂອກາດ ເຂົ້າເຖິງຂໍ້ມູນ ຂ່າວສານ ດ້່ານການສຶກສາ ວິທຍາສາດ ໄດ້ເປັນຍ່າງດີ".

ທ່ານ ລີຕູ ບົວປາວ ເປັນຫົວໜ້າຄນະ ຕົວແທນຈາກລາວ ທີ່ມາເຂົ້າຮ່ວມ ກອງປະຊຸມ ຣະດັບຣັຖມົນຕຣີ ຈາກທັງໝົດ 24 ປະເທດ ເອເຊັຽ-ປາຊີຟິກ ດ້ານອາຍຊີທີ ປະຈໍາປີ 2012 ທີ່ໄດ້ແຕ່ວັນທີ 9 ຫາ 11 ກັນຍາ 2012 ນີ້ ຢູ່ທີ່ບາງກອກ ປະເທດໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.