ລາວຍັງຕ້ອງປັບປຸງ ການສຶກສາວິຊາຊີພ
2011.06.20

ກົດຟັງສຽງ
ໃນຣະຫວ່າງ ທີ່ຍັງ ດຳເນີນ ຕາມແຜນກາຣ ຫລຸດຜ່ອນ ຄວາມທຸກຂ໌ຍາກ ຂອງ ປະຊາຊົນ ແລະ ສົ່ງເສີມ ກາຣສຶກສາ ໃຫ້ມີ ຄຸນພາບ ຢູ່ນີ້ ທາງກາຣ ສປປລາວ ຍັງຕ້ອງກາຣ ຄວາມຊ່ວຍເຫລືອ ຈາກ ຕ່າງ ປະເທສ ຢູ່ຢ່າງ ຫລວງຫລາຍ ເພື່ອໃຫ້ ບັນລຸ ຕາມເປົ້າໝາຍ ຊຶ່ງກໍຮວມ ທັງກາຣ ພັທນາ ວິຊາຊີພ ໂດຽສະເພາະ ໃຫ້ສາມາຖ ຈັດຕັ້ງ ເຂຕເສຖກິຈ ພິເສດ ໃຫ້ໄດ້ ບໍ່ຕໍ່າກວ່າ 10 ເຂຕ ພາຍໃນປີ 2020.
ທ່ານແສງ ສົມພອນ ວີຣະວຸທ ຫົວໜ້າ ກົມວາງແຜນ ແລະ ກາຣຮ່ວມມື ຂອງ ກະຊວງ ສຶກສາທີກາຣ ລາວ ໄດ້ແຈ້ງຕໍ່ ທາງ ສື່ມວລຊົນ ຫວ່າງມໍ່ໆ ມານີ້ວ່າ ຫລັງຈາກ ແຜນກາຣ ປະຕິຮູບ ກາຣສຶກສາ ແຜນ ທຳອິດ ໃນປີ 2005-2010 ທີ່ຜ່ານໄປ ແລ້ວນັ້ນ ກໍມີ ກາຣເຣີ່ມ ປະຕິບັຕ ຕາມແຜນທີ່ 2 ຂອງ ກາຣພັທນາ ກາຣສຶກສາ ແຕ່ປີ 2011 ນີ້ ເປັນຕົ້ນໄປ ໂດຽມີ ເປົ້າໝາຍ ໃຫ້ນັກສຶກສາ ຮຽນຈົບ ຂແນງວິຊາຊີພ ຕ່າງໆ ບໍ່ຕໍ່າກວ່າ 15,000 ຄົນ ເພື່ອຕອບ ສນອງຄວາມ ຕ້ອງກາຣ ຕາມໂຮງງານ ອຸຕສາຫະກັມ ຕ່າງໆ ພ້ອມກັບ ໃຫ້ສາມາຖ ມີກາຣຜລິຕ ສິນຄ້າ ກາຣກະເສຕ ແລະ ໃຫ້ສາມາຖ ສົ່ງອອກ ນຳດ້ວຍ.
ໃນຂນະດຽວກັນ ທ່ານແສງ ສົມພອນ ກໍໄດ້ເນັ້ນ ດ້ານກາຣ ສົ່ງເສີມ ກາຣສຶກສາ ຕາມສາຍ ສາມັນ ຕ່າງໆ ໄປພ້ອມໆກັນ ໃຫ້ໄດ້ ປະມານ 100,000 ຄົນ ຕລອດຮອດ ດ້ານກາຣ ຕອບສນອງ ຂອງບັນດາ ຄຣູ-ອາຈາຣຍ໌ສອນ ນຳດ້ວຍ ໂດຽສະເພາະ ເງິນເດືອນ ແລະ ປະກັນພັຍ ສັງຄົມ ໃຫ້ດີ ກວ່າເກົ່າ ເພື່ອດຶງດູດ ໃຫ້ມີຜູ້ ສົນໃຈ ໄປປະຈຳ ຢູ່ຕາມເຂຕ ຊົນບົທຕ່າງໆ ໃນທົ່ວ ປະເທສ ໃຫ້ຫລາຍ ກວ່າເກົ່າ ໃນຂັ້ນ ຕໍ່ໆໄປ.