ຊາວນາລາວຂາຍເຂົ້າເປືອກ ໃຫ້ພໍ່ຄ້າໄທ

ທາງການລາວ ເປັນຫ່ວງ ທີ່ຊາວນາ ນິຍົມ ຂາຍເຂົ້າ ເປືອກ ໃຫ້ນາຍທຶນ ຕ່າງຊາດ ໂດຍທີ່ ບໍ່ໄດ້ ຄໍານຶງເຖິງ ຜົນສະທ້ອນ ທີ່ຕາມມາ.
ຈະເຣີນສຸກ
2011.07.14
F-threshing-rice ຊາວນາລາວ ກໍາລັງຟາດເຂົ້າ ຫລັງການເກັບກ່ຽວ
Image Source Page:www.freemages.co.uk/

ກົດຟັງສຽງ

ສະຖານະການ ເຂົ້າ ໃນ ປັດຈຸບັນ ກໍາລັງ ຕົກຢູ່ໃນ ກໍຣະນີ ທີ່ໜ້າ ວິຕົກ ຍ້ອນວ່າ ນາຍທຶນ ຈາກປະເທດ ເພື່ອນບ້ານ ຂ້າມນໍ້າຂອງ ໄປເໝົາຊື້ ເຂົ້າເປືອກ ໃນຫລາຍ ແຂວງ ຂອງລາວ ເປັນຈໍານວນ ຫລາຍ ເພື່ອຂົນເຂົ້າ ກັບປະເທດ ຂອງຕົນ, ໂດຍສະເພາະ ປະເທດໄທ. ຈາກນັ້ນ ພວກພໍ່ຄ້າ ເຫລົ່ານັ້ນ ຈະສົ່ງເຂົ້າ ກັບໄປຂາຍ ໃນຫລາຍ ແຂວງ ຂອງລາວ, ບ່ອນທີ່ ບໍ່ມີພື້ນທີ່ ສົມບູນ ໃນການ ປູກເຂົ້າ ໄດ້ພຽງພໍ ກັບການ ບໍຣິໂພກ ຂອງ ປະຊາຊົນ ໃນແຂວງນັ້ນໆ, ຊຶ່ງ ທາງການລາວ ເຫັນວ່າ ເຣື້ອງນີ້ ອາດສົ່ງ ຜົນກົບທົບ ຕໍ່ບັນຫາ ການຂາດດຸນ ການຄ້າ ໃນອະນາຄົດ ຣະຫວ່າງ 2 ປະເທດ, ອີງຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ ຈາກກະຊວງ ອຸດສາຫະກັມ ແລະ ການຄ້າ.

”ສ່ວນຫລາຍ ເຮົາຈະຄຸມ ປະຊາຊົນ ບໍ່ໄດ້ເນາະ ຜູ້ໃດ ໃຫ້ຣາຄາ ຫລາຍ ຂະເຈົ້າ ກໍຂາຍ ໃຫ້ຜູ້ນັ້ນ ເພາະວ່າ ບາງເທື່ອ ກໍພໍ່ຄ້າໄທ ຈະເກັບຊື້ ໃນຣາຄາ ທີ່ແພງກ່ວາ ແລ້ວເພິ່ນ ກໍເອົາ ໄປເນາະ ແລ້ວໄທ ເພິ່ນ ຈະໄປເຮັດ ເປັນຄັດ ເປັນປະເພດ ເນາະ ປະເພດ 1 ປະເພດ 2 ປະເພດ 3 ແລ້ວລະ ອາດຈະສົ່ງ ປະເພດ 1 ນັ້ນ ອອກຂາຍ ຕ່າງປະເທດ ແລ້ວ ຢູ່ໃນຫັ້ນ ຈະມີລາວ.”

ຍານາງ ກ່າວຕື່ມວ່າ ທາງການລາວ ຍັງບໍ່ສາມາດ ຄວບຄຸມ ເຣື້ອງນີ້ໄດ້ ເຮັດໃຫ້ ປະຊາຊົນລາວ ບາງກຸ່ມ, ໂດຍສະເພາະ ແມ່ນປະຊາຊົນ ທີ່ອາສັຍ ຢູ່ໃນແຂວງໃຫຍ່ ທີ່ມັກກິນ ເຂົ້າງາມໆ ຕ້ອງໄດ້ຊື້ ຈາກ ປະເທດໄທ ທີ່ມີຣາຄາສູງ ກ່ວາເຂົ້າ ທີ່ຂາຍໃນ ປະເທດໄທ ທັ້ງໆທີ່ເຂົ້າ ດັ່ງກ່າວ ປູກໃນ ປະເທດລາວ.

ເຂົ້າທີ່ ສົ່ງໄປ ຈາກ ປະເທດໄທ ຈະມີ ຄຸນນະພາບດີ ເມັດງາມກ່ວາ ໃນປະເທດລາວ ຍ້ອນວ່າ ຣະບົບ ໂຮງສີ ຂອງ ປະເທດໄທ ດີກ່ວາ, ຈຶ່ງເຮັດໃຫ້ ເຂົ້າ ທີ່ນໍາເຂົ້າ ໄປຂາຍ ໃນປະເທດລາວ ມີຣາຄາ ແພງກ່ວາ ເຂົ້າ ຢູ່ໃນ ປະເທດລາວ, ຊຶ່ງບັນຫານີ້ ອາດເຮັດໃຫ້ ປະເທດລາວ ຂາດດຸນການຄ້າ ເພີ້ມຂຶ້ນ ແລະ ເຮັດໃຫ້ ເຂົ້າ ພາຍໃນ ປະເທດ ມີໜ້ອຍລົງ.

ປັດຈຸບັນ ມີພໍ່ຄ້າຄົນກາງ ຈາກປະເທດ ເພື່ອນບ້ານ ລັກລອບ ເຂົ້າໄປ ຊື້ ເຂົ້າເປືອກ ຈາກຊາວລາວ ຫລາຍຂຶ້ນ ຍ້ອນວ່າ ຣາຄາ ຂາຍເຂົ້າເປືອກ ໃນປະເທດ ລາວ ມີຣາຄາ ຖືກກ່ວາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.