ລາວ-ເກົາຫລີໃຕ້ຮ່ວມມື ປາບພຍາທພືຊພັນໄມ້
2011.11.10
ກົດຟັງສຽງ
ທາງກາຣ ສປປລາວ ແລະ ເກົາຫລີໃຕ້ ໄດ້ລົງນາມ ໃນຂໍ້ສັນຍາ ໃນສັປດາ ນີ້ ໃນໂຄງກາຣ ຮ່ວມມື ເພື່ອປ້ອງກັນ ພືຊພັນ ຕົ້ນໄມ້ ໂດຽສະເພາະ ຕາມ ດ່ານຊາຍ ແດນ ເພື່ອບໍ່ໃຫ້ ເກີດ ຣະບາດ ຂອງ ເຊື້ອ ພຍາທ ຕົ້້ນໄມ້ ຢູ່ພາຍໃນ ປະເທສ ແລະ ໃນພູມີພາຄ, ຊຶ່ງກາຣ ລົງນາມ ດັ່ງກ່າວ ມີຂຶ້ນ ຣະຫວ່າງ ທ່ານ ມົນທະທິບ ຈັນເພັງໄຊ ອະທິບໍດີ ກົມ ປ່າໄມ້ ລາວ ແລະ ທ່ານ Tae-woong Hur ອະທິບໍດີ ກົມ ປະສຸສັຕ ປ່າໄມ້ ແລະ ກາຣປຣະມົງ ຂອງ ເກົາຫລີໃຕ້.
ທ່ານ ມົນທະທິບ ໄດ້ກ່າວເນັ້ນ ໃນພິທີ ກາຣລົງນາມ ໃນຕອນ ໜຶ່ງວ່າ ກາຣຮ່ວມມື ຣະຫວ່າງ ທາງກາຣລາວ ແລະ ເກົາຫລີໃຕ້ ໃນຄັ້ງນີ້ ຈະເປັນກາຣ ຊ່ວຍ ທາງກາຣລາວ ຢ່າງ ຫລວງຫລາຍ ໃນໂຄງກາຣ ກັກກັນ ພືຊພັນໄມ້ ແລະ ກວດສອບ ຜລິຕພັນໄມ້ ແລະ ສີນຄ້າ ທີ່ ນຳເຂົ້າ ແລະ ສົ່ງອອກ ຕາມດ່ານ ຊາຍແດນ ໃນທົ່ວ ປະເທສ ຂອງລາວ ໂດຽສະເພາະ ກໍແມ່ນ ເພື່ອປ້ອງກັນ ບໍ່ໃຫ້ ມີກາຣ ນຳເອົາ ສິນຄ້າ ຫລື ຜລິຕພັນ ໄມ້ຕ່າງໆ ທີ່ ອາຈຈະ ນຳເອົາ ເຊື້ອພຍາທ ເຂົ້າມາ ທຳລາຍ ພືຊພັນໄມ້ ໃນເມືອງລາວ ໄດ້.
ໃນຂນະດຽວກັນ ທ່ານ ກໍໄດ້ເນັ້ນ ເຖິງຄວາມ ສໍາຄັນ ໃນກາຣ ກັກກັນ ພືຊພັນໄມ້ ທີ່ນໍາເຂົ້າ ປະເທສ ເພື່ອບໍ່ໃຫ້ ມີກາຣ ນຳເອົາ ເຊື້ອໂຣຄຕ່າງໆ ຈາກ ພືຊພັນໄມ້ ທີ່ອາຈແພ່ ແລະ ຕິດຕໍ່ ເຖິງ ຝຸງສັຕ ຫລື ອາຈກວມ ໄປເຖິງ ຜູ້ຄົນ ໃນເມືອງລາວ ກໍອາຈ ເປັນໄດ້.
ພ້ອມດຽວ ກັນນີ້ ເຈົ້າໜ້າທີ່ ເກົາຫລີໃຕ້ ກໍໃຫ້ກາຣ ຢືນຢັນ ວ່າ ຍັງຈະມີ ກາຣຈັດສົ່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ຝ່າຍລາວ ໄປຮັບກາຣ ຝຶກອົບຮົມ ຕາມ ວິຊາກາຣ ຕ່າງໆ ທີ່ກ່ຽວພັນ ກັບພືຊພັນ ໄມ້ ຢູ່ ປະເທສ ເກົາຫລີໃຕ້ ໃນຂັ້ນ ຕໍ່ໄປ ນຳດ້ວຍ.