ລາວຍັງຕ້ອງນໍາເຂົ້າ ສິນຄ້າເກືອບທຸກປະເພດ

ລາວ ຍັງຈະຕ້ອງ ໄດ້ເພິ່ງພາ ອາໄສ ສິນຄ້າ ນໍາເຂົ້າ ຈາກ ຕ່າງປະເທດ ຫລາຍຢູ່.
ໂພໄຊສວັດ
2012.03.09

ກົດຟັງສຽງ

ສປປລາວ ຍັງຕ້ອງໄດ້ ອາໄສສິນຄ້າ ປະເພດຕ່າງໆ ຈາກ ຕ່າງປະເທດ ຍ້ອນວ່າ ບໍ່ສາມາດ ຜລິດສິນຄ້າ ໄດ້ເອງ ເຖິງແມ່ນວ່າ ສະພາບເສຖກິດ ຈະຂຍາຍໂຕ ແລະສາມາດ ຜລິດສິນຄ້າ ບາງຢ່າງ ໄດ້ເອງແດ່ແລ້ວ ກໍຕາມ. ດັ່ງເຈົ້າໜ້າທີ່ ຈາກຜແນກ ນໍາເຂົ້າ ແລະ ສົ່ງອອກ ນະຄອນຫລວງ ວຽງຈັນ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:

"ເນື່ອງຈາກ ພວກເຮົາ ຜລິດກັນບາງອັນ ຫລາຍອັນ ນັ້ນແຫລ໋ະ ບໍ່ສາມາດ ທີ່ຈະຜລິດໄດ້ ບໍ່ສາມາດ ທີ່ຈະກຸ້ມ ຕົນເອງໄດ້ ມີຄວາມຈໍາເປັນ ຕ້ອງນໍາເຂົ້າ ບໍ່ມີຜົນຕໍ່ ອັດຕຣາເງິນເຟີ້ ຍັງຮັກສາ ສະຖານະພາບ ຄືເກົ່າ".

ທ່ານເວົ້າ ຕໍ່ໄປວ່າ ສ່ວນໃຫຍ່ ສິນຄ້າ ທີ່ນໍາເຂົ້າ ຈະເປັນສິນຄ້າ ທີ່ເອົາໄປໃຊ້ ເພື່ອການພັທນາ ເຊັ່ນເພື່ອການ ກໍ່ສ້າງເຂື່ອນ ຫລືໂຄງການ ໃຫຍ່ໆຕ່າງໆ ນອກຈາກນີ້ ຍັງມີສິນຄ້າ ແປຮູບ ອຸດສາຫະກັມ ແປຮູບ ໂດຍສະເພາະ ອຸດສາຫະກັມ ຜລິດນໍ້າມັນ ພືດ ນໍ້າຕານ ແລະ ເຄື່ອງໃຊ້ ປະເພດ ເຄື່ອງມື ເຄື່ອງໃຊ້ ພາຍໃນເຮືອນ. ເນື່ອງຈາກວ່າ ລາວ ມີພົລເມືອງ ໜ້ອຍ ຈຶ່ງບໍ່ຄຸ້ມຄ່າ ໃນການລົງທຶນ ແລະ ການຈັດຕັ້ງ ໂຮງງານ ຜລິດສິນຄ້າ ຈໍາເປັນ ເຫລົ່ານີ້.

ເຖິງຢ່າງໃດ ກໍຕາມ ທາງການລາວ ໝັ້ນໃຈວ່າ ອັດຕຣາເງິນເຟີ້ ໃນລາວ ຈະບໍ່ເພີ້ມ ສູງຂຶ້ນ ເນື່ອງຈາກວ່າ ອັດຕຣາ ເງິນເຟີ້ ເພີ້ມຂຶ້ນຈາກ 6.67 ສ່ວນຮ້ອຍ ເປັນ 6.69 ສ່ວນຮ້ອຍ ເທົ່ານັ້ນ ເມື່ອທຽບໃສ່ ປີກາຍນີ້ ແຕ່ເຊື່ອວ່າ ຈະບໍ່ຮອດ 10 ສ່ວນຮ້ອຍ ຍ້ອນວ່າ ຄ່າເງິນກີບລາວ ຍັງແຂງ ແລະ ເສຖກິດ ປີ 2011 ກໍໄດ້ຂຍາຍໂຕ 8.1 ສ່ວນຮ້ອຍ ສູງກວ່າ ຄວາມຄາດໝາຍ ຊຶ່ງໄດ້ຈາກການ ຂາຍພລັງງານ ໄຟຟ້າ ແລະ ອຸດສະຫະກັມ ບໍ່ແຮ່ ທີ່ຜລິດໄດ້ ພາຍໃນປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 11, 2012 10:01 AM

ເປັນທີ່ແນ່ນອນວ່າ ພາບທີ່ຂີດຂຽນຂຶ້ນທາງດ້ານເສຖະກິດຈາກທາງການ ສປປລຈະມີການເຊື່ອມໂຍງກັບພາບໃຫ່ຽລະດັບສັງຄົມ ແລະມິຕິ ເຄື່ອນໄຫວຈາກອາດີດສູ່ອານາຄົດກໍ່ຕາມ ແຕ່ຄວາມກ້າວຫນ້າທາງດ້ານເສຖະກິດຂອງ ສປປລ ຍັງບໍ່ມີສິ່ງໄດຢັ້ງຢືນໄດ້ຢ່າງສັດເຈນວ່າ ເປັນຕົວເປັນຕົນໄດ້ດ້ວຽລຳແຂ່ງລຳຂາຂອງຕົວເອງແນ່ນອນ ໄດ້ເທື່ອ ແນວໄດກໍ່ຕາມສັງຄົມທົ່ວໄປຢູ່ ສປປລ ຈຳເປັນທີ່ສຸດຕ້ອງປັບຕົວ ເຂົ້າກັບລະບົບຂອງໂລກຢູ່ດີນັ້ນແລ້ວ! ໂດຽບໍ່ມີທາງຫລີກລ້ຽງໄດ້ດອກ.