ລາວມູ້ງໜ້າຂໍມີສ່ວນ ການຄ້າໂລກ

ສປປລາວ ຍັງຈະສືບຕໍ່ ເຈຣະຈາ ເພື່ອໃຫ້ໄດ້ ເປັນ ສະມາຊິກ ອົງການ ການຄ້າໂລກ
ສິດນີ
2012.05.22

ສປປລາວ ຖືກກີດກັ້ນ ຈາກປະເທດ ຢູເຄຣນ ຜູ້ຊື່ງເປັນນື່ງ ໃນຄນະ ກັມມະທິການ ອອກສຽງ ອະນຸຍາດ ໃຫ້ປະເທດ ໃຫມ່ເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ. ແຕ່ຫລາຍປະເທດ ເຫັນພ້ອມໃຫ້ລາວ ເປັນສະມາຊິກ ເຊັ່ນ ຈີນ ສະຫະຣັຖ ແລະ ປະເທດ ຢູໂຣບອື່ນໆ ຍົກເວັ້ນຢູຄແຣນ.

ເຈົ້າຫນ້າທີ່ ການຄ້າລາວ ເວົ້າວ່າ ທາງການລາວ ຈະສືບຕໍ່ ເຈຣະຈາ ກັບປະເທດ ທີ່ກ່ຽວຂ້ອງ ເພື່ອໃຫ້ລາວ ໄດ້ເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ໃຫ້ໄດ້. ດ່ັງທ່ານ ກ່າວວ່າ:

"ຂັ້ນຕອນ ການເຈຣະຈາ ຄືທີ່ເວົ້າ ແລ້ວວ່າເຮົາ ເຈຣະຈາມາ 10 ປີ ບໍ່ແມ່ນຜ່ານ ຫລືບໍ່ຜ່ານ ມັນເປັນການ ສລຸບກັນໄດ້ ໃນແຕ່ລະ ປະເທດ ແຕ່ຍັງເຫລືອ ແຕ່ປະເທດນີ້ ທີ່ເຮົາຈະ ເຈຣະຈາ ຕໍ່ໄປ".

ສປປລາວ ໄດ້ກະຕຽມ ການເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ມາເປັນເວລາ ກວ່າ 10 ປີ ແລ້ວ ການໄດ້ເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ຈະຊ່ອຍ ຍົກຣະດັບ ການເຕີບໂຕ ທາງດ້ານ ເສຖກິດ ໃນລາວ ແລະ ການລົງທືນ ຂອງຕ່າງປະເທດ ກໍຈະເພີ້ມຂື້ນ ຍ້ອນ ສປປລາວ ຈະໄດ້ໂກຕາ ພິເສດ ໃນການ ສົ່ງສີນຄ້າ ໄປຕລາດ ປະເທດສະມາຊິກ ທັງຫລາຍ ຮ່ວມທັງ ສະຫະພາບ ຢູໂຣບ ແລະ ສະຫະຣັຖ ອະເມຣິກາ.

ໃນຊ່ວງທີ່ ສປປລາວ ຈະເຂົ້າຮ່ວມ ປະຊາຄົມ ອາຊຽນ ໃນປີ 2015 ການໄດ້ເປັນ ສະມາຊິກ ອົງການ ການຄ້າໂລກ ຂອງລາວ ເປັນສີ່ງສຳຄັນ ສຳລັບດຶງດູດ ການລົງທືນ ຈາກ ຕ່າງປະເທດ ບໍ່ດັ່ງນັ້ນ ຫລາຍ ປະເທດ ກໍບໍ່ຢາກ ມາລົງທືນ ໃນລາວ ເພາະບໍ່ມີ ຕລາດໃນການ ຈຳຫນ່າຍສີນຄ້າ ຂນາດໃຫຍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.