ການສຶກສາໃນລາວ ກໍາລັງຖືກແກ້ໄຂ

ກະຊວງ ສຶກສາທິການ ເລັ່ງປັບປຸງ ຄຸນນະພາບ ການສອນ ໃນໂຮງຮຽນ ເອກກະຊົນ ແລະພາກຣັດ ໃຫ້ໄດ້ ມາຕຖານ.
ມະນີຈັນ
2012.09.18
F-Litu-Buapao2 ທ່ານ ລີຕູ້ ບົວປາວ (ຂວາສຸດແຖວໜ້າ) ຮອງຣັຖມົນຕຣີ ກະຊວງ ສຶກສາທິການ ແລະກິລາ ໄດ້ເຂົ້າຮ່ວມ ກອງປະຊຸມ ທີ່ບາງກອກ ປະເທດໄທ ວັນທີ 9-11 ກັນຍາ 2012 ເຣື່ອງ ປັບປຸງ ການສຶກສາ ໃນເຊດເອເຊັຍ ປາຊີຟິກ (Information Communication Technology)
RFA

ກະຊວງ ສຶກສາທິການ ລາວ ພວມເລັ່ງ ປັບປຸງ ຄຸນນະພາບ ໂຮງຮຽນ ເອກກະຊົນ ໃຫ້ໄດ້ມາຕຖານ ທັງບ່ອນຈະເປີດໃໝ່ ແລະ ທີ່ເປີດຢູ່ແລ້ວ ກໍຕ້ອງໄດ້ກວດກາ ຄືນວ່າໄດ້ ມາຕຖານ ຄົບຖ້ວນຫລືບໍ່?. ສ່ວນໂຮງຮຽນ ພາກຣັຖ ກໍຕ້ອງໄດ້ປັບປຸງ ໃຫ້ມີ ຄຸນນະພາບ ເຊັ່ນກັນ. ທ່ານ ລີຕູ ບົວປາວ ຮອງຣັຖມົນຕຣີ ສຶກສາທິການ ໃນວັນທີ 18 ກັນຍາ:

"ເຮົາຈະຕ້ອງໄດ້ ຄວບຄຸມ ດ້ານມາຕຖານ ເຮົາຈະບໍ່ອະນຸຍາດ ໃຫ້ໂຮງຮຽນ ແຕ່ບໍ່ມີມາຕຖານຕໍ່າສຸດ ຮອງຮັບ ທາງຂອງເອກກະຊົນ ກໍຕ້ອງໄດ້ ເບິ່ງຄືນ ດຽວນີ້ມັນເຖິງເວລາ ເຮົາຕ້ອງປັບປຸງ ຄຸນນະພາບເປັນຫລັກ ສະນັ້ນເຮົາ ຈະຕ້ອງເນັ້ນວ່າ ທຸກຍ່າງມັນຕ້ອງມີ ມາຕຖານ ຖ້າໂຮງຮຽນໃດ ບໍ່ໄດ້ມາຕຖານ ຈະຕ້ອງມີການ ປັບປຸງ ຖ້າບໍ່ປັບປຸງ ກໍມີ ແຕ່ຕ້ອງໃຫ້ຢຸດ ຊົ່ວຄາວ ເພື່ອປັບປຸງ".

ທ່ານກ່າວຕື່ມວ່າ ມາຕຖານຣະດັບຕໍ່າສຸດ ກໍຄືວ່າ ຄຣູທີ່ຈະມາສອນ ຈະຕ້ອງຢູ່ໃນຣະດັບ ທີ່ສູງກວ່າຣະດັບຊັ້ນ ທີ່ສອນ ແລະ ຈະຕ້ອງຜ່ານ ໂຮງຮຽນສ້າງຄູ 2-3 ປີ ອາຄານ ໂຮງຮຽນ ຈະຕ້ອງມີຫລາຍກວ່າ 1 ອາຄານ ລັກສະນະຂອງ ຫ້ອງຮຽນ ຫ້ອງທົດລອງ ຫ້ອງສະມຸດ ສະຖານທີ່ ຫລິ້ນກິລາ ສໍາລັບນັກຮຽນ ຕ້ອງໃຫ້ມີພ້ອມ ແລະໄດ້ມາຕຖານ ທັງຕ້ອງມີຫລັກສູດ ການຮຽນການສອນ ທີ່ທາງກະຊວງສຶກສາ ໄດ້ຮັບຮອງເອົາ. ສໍາລັບໂຮງຮຽນ ຂອງຣັຖ ທ່ານວ່າ ຈະຕ້ອງໃຫ້ມີ ຣະດັບມາຕຖານ ເຊັ່ນດຽວກັບ ໂຮງຮຽນ ເອກກະຊົນ:

"ຂອງຣັຖບານ ກໍກໍາລັງປັບປຸງ ເຮົາຢູ່ໃນຣະຍະ ການປະຕິຮູບ ການສຶກສາ ຣະຍະທີ 2 ທີ່ພວກເຮົາເລັ່ງໃສ່ ຍົກຣະດັບຄວາມຮູ້ ຄວາມສາມາດ ຂອງຄຣູສອນ ທຸກຄົນ ເພື່ອໃຫ້ຄຣູທີ່ສອນ ທຸກຄົນແຕ່ລະບ່ອນ ຈະໄດ້ມາຕຖານ ຕໍ່າສຸດ ອັນນີ້ມັນຈຸດ ບໍຣິມະສິດ ທີ່ພວກເຮົາສຸມໃສ່ ເຮັດຢູ່ດຽວນີ້".

ທ່ານ ລີຕູ ກ່າວສລຸບວ່າ ໃນຣະຍະທີ່ຜ່ານມາ ການສຶກສາໃນລາວ ຖືວ່າ ຂຍາຍຕົວບໍ່ຮອບດ້ານ ບໍ່ໄດ້ມາຕຖານ ແລະ ບໍ່ມີຄຸນນະພາບ ດີພໍ ຈຶ່ງເຮັດໃຫ້ ບໍ່ສາມາດສ້າງ ບຸຄລາກອນ ທີ່ມີຄຸນນະພາບໄດ້. ດັ່ງນັ້ນ ການກໍານົດມາຕຖານ ສໍາລັບ ທຸກໂຮງຮຽນ ຈະເຮັດໃຫ້ການ ພັທນາການສຶກສາ ໃນລາວດີຂື້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.