ກອງປະຊຸມຍົກຣະດັບ ສິດທິແມ່ຍິງລາວ
2011.01.20
ກົດຟັງສຽງ
ທ່ານ ສວັນຄໍ ຣາຊມົນຕຣີ ຄນະປະຈຳ ຄນະພັກກະຊວງ ຖແລງຂ່າວ ແລະ ວັທນະທັມ ໄດ້ເວົ້າ ໃນກອງປະຊຸມ ເພື່ອປົກປ້ອງສິດທິ ແມ່ຍິງລາວ ໃນທົ່ວປະເທດ ວ່າ, ກອງປະຊຸມນີ້ ພຍາຍາມຍົກເຣື້ອງ ການສົ່ງເສີມ ບົດບາດ ຂອງແມ່ຍິງ ໃນທົ່ວປະເທດ ໃຫ້ໂດດເດັ່ນ ຫລາຍຂຶ້ນ ໂດຍສະເພາະ ຄວາມເທົ່າທຽມ ຣະຫວ່າງ ຊາຍ-ຍິງ. ທ່ານ ສວັນຄໍ ເວົ້າວ່າ:
"ຣັຖບານໄດ້ຮັບຮອງ ເອົາກົດໝາຍ ວ່າດ້ວຍການ ພັທນາ ແລະ ປົກປ້ອງແມ່ຍິງ ດ້ວຍເຫດນີ້ ຄວາມສເມີພາບ ຍິງ-ຊາຍ ຄວາມກ້າວໜ້າ ຂອງແມ່ຍິງ ຈຶ່ງໄດ້ຮັບການ ສົ່ງເສີມ ການເສີມຂຍາຍ".
ຕາມກົດໝາຍລາວ ທີ່ວ່າຕ້ອງສົ່ງເສີມ ຄຸນນະພາບແມ່ຍິງ ໃຫ້ມີສິດທິ ເທົ່າທຽມກັນ ໃນສັງຄົມນັ້ນ ເລີ້ມມີຄວາມ ແຈ່ມແຈ້ງ ຂຶ້ນຫວ່າງ 2-3 ປີ ຜ່ານມານີ້ ໂດຍສະເພາະ ແມ່ຍິງລາວ ເລີ້ມມີບົດບາດ ທາງດ້ານ ການເມຶອງ ໃນຕຳແໜ່ງ ສຳຄັນໆຂອງປະເທດ ເຊັ່ນປະທານສະພາ ແລະ ຜູ້ຊ່ວຍ ຣັຖມົນຕຣີ ແລະ ຕຳແໜ່ງສຳຄັນ ໃນອົງກອນຕ່າງໆອີກ.
ສຳລັບກົດໝາຍ ປົກປ້ອງ ແລະ ເສີມຂຍາຍ ສິດທິ ຂອງແມ່ຍິງນີ້ ທາງຣັຖບານ ແມ່ນເນັ້ນໃສ່ ການພັທນາ ລະດັບແມ່ຍິງ ໃນຊົນນະບົດ ແລະ ໃນເຂດຫ່າງໄກ ສອກຫລີກ ໃຫ້ມີບົດບາດ ໃນສັງຄົມຫລາຍຂຶ້ນ.
ປັດຈຸບັນນີ້ ສະຫະພັນ ແມ່ຍິງລາວ ມີຖານະທຽບເທົ່າ ກະຊວງ ຮັບຜິດຊອບ ສົ່ງເສີມບົດບາດ ສະຕຣີ ໃຫ້ມີສ່ວນຮວມ ໃນສັງຄົມ, ພັທນາ ຄຸນນະພາບຊີວິດ, ປົກປ້ອງສິດທິດ ສັດຕຣີ ແລະເດັກນ້ອຍ, ສົ່ງເສີມການສຶກສາ ແລະ ການຝຶກຝົນ ອົບຮົມອາຊີບ ເພື່ອສ້າງລາຍໄດ້ ໃຫ້ແກ່ສັດຕຣີ ແລະສົ່ງເສີມ ສັກກະຍາພາບ ຂອງສັດຕຣີ ເພື່ອການພັທນາ ປະເທດ.