ກອງປະຊຸມ ເອເຊັຽ ຢູໂຣບ
2012.06.06
ສື່ມວນຊົນ ພາກຣັຖ ສປປ ລາວ ລາຍງານ ໃນວັນອັງຄານ ນີ້ວ່າ ກອງປະຊຸມ ເວທີປະຊາຊົນ ເອເຊັຽ-ຢູໂຣບ ຄັ້ງທີ 9 ຈະຈັດຂື້ນ ທີ່ ນະຄອນຫລວງ ວຽງຈັນ ຣະຫວ່າງວັນທີ 16-19 ຕຸລາ ຊື່ງເປັນ ພາກສ່ວນ ຂອງກອງປະຊຸມ ASEM.
ສຳລັບ ກອງປະຊຸມ ASEM ທີ່ຈະຈັດຂື້ນ ເປັນຄັ້ງທຳອິດ ໃນລາວ ຄາດວ່າ ຈະມີ ຕົວແທນຈາກ 48 ປະເທດເຂົ້າຮ່ວມ ກອງປະຊຸມ ຄັ້ງນີ້ ຈະຈັດຂື້ນທີ່ ນະຄອນຫລວງ ວຽງຈັນ ຣະຫວ່າງ ວັນທີ 5-6 ພືສຈິກາ. ກ່ອນກອງປະຊຸມ ອາຊຽມ ຈະມີ ກອງປະຊຸມ ເວທີປະຊາຊົນ ຈາກຫລາກຫລາຍ ເຜົ່າພັນ ມາໂອ້ລົມ ກັນກ່ຽວ ກັບບັນຫາ ອັນສຳຄັນ ທີ່ເອເຊັຽ-ຢູໂຣບ ແລະ ໂລກ ກຳລັງປະເຊີນ ຢູ່ໃນເວລານີ້.
ຄຳຂວັນ ໃນກອງປະຊຸມ ເວທີປະຊາຊົນ ໃນເທື່ອນີ້ ກໍແມ່ນວ່າ “ຄວາມ ສາມະຄີ ປອງດອງ ຂອງ ປະຊາຊົນ ຕ້ານ ຄວາມທຸກຈົນ ໃນໂຄງການ ພັທນາ ທີ່ຢັ້ງຢືນ ແລະ ການທ້າທາຍ ຕໍ່ຄວາມບໍ່ ຍຸທຕິທັມ ແລະ ຄວາມບໍ່ ສເມີພາບ ຣະຫວ່າງ ປະຊາຊົນ ກັບ ປະຊາຊົນ ໃນໂຄງການ ພັທນາ”.
ໃນສີ່ຫົວຂໍ້ ໃຫຍ່ໆ ທີ່ຈະໄດ້ ໂອ້ລົມກັນ ໃນທີ່ປະຊຸມ ເວທີປະຊາຊົນ ກໍມີ ການປົກປ້ອງ ສັງຄົມທົ່ວໄປ ການເຂົ້າເຖີງ ການບໍຣິການ ທີ່ຈຳເປັນ ໃນຊີວີດ ຄວາມປອດພັຍ ທາງອາຫານ ການບໍຣິຫານ ຈັດການ ຊັພຍາກອນ ທັມມະຊາດ ທີ່ຢັ້ງຢືນ ເຊັ່ນດີນ ພລັງງານ ແລະ ການພັທນາການ ເປັນທີ່ດີ ແລະ ຢັ້ງຢືນ ຂອງປະຊາຊົນ.
ກອງປະຊຸມ ເວທີປະຊາຊົນ ຈະປະກອບດ້ວຍ ນັກວິຊາການ ຈາກຫລາຍພາກສ່ວນ ເຂົ້າຮ່ວມ ຈະມີການ ສຳມະນາ ໂຕ້ວາທີ ແລະ ອອກຄວາມຄິດ ຄວາມເຫັນ ຊ່ອຍກັນ ໃນການແກ້ໄຂ ບັນຫາ ທີ່ສຳຄັນ ທີ່ໂລກກຳລັງ ປະເຊີນຢູ່ ໃນປັດຈຸບັນ.