ໃນ 5 ປີລາວຈະຜລິດໄຟຟ້າໄດ້ 3Kw
2012.08.03
ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ ຂັ້ນສູງຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເປີດເຜີຍ ຕໍ່ສື່ມວນຊົນ ທ້ອງຖິ່ນວ່າ ອີກ 5 ປີຂ້າງໜ້ານີ້ ສປປລາວ ຈະສາມາດ ຜລິດໄຟຟ້າໄດ້ ຮອດ 3,155 ເມັກກະວັດ ໃນຂະນະທີ່ ການສໍາຣວດແຫລ່ງ ພະລັງໄຟຟ້ານໍ້າຕົກ ພົບວ່າລາວ ອາດມີ ຄວາມສາມາດ ຜລິດໄດ້ເຖິງ 23,000 ເມັກກະວັດ ອີງຕາມລາຍງານ ຈາກນະຄອນ ຫລວງວຽງຈັນ.
ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານຕໍ່ ໄປອີກວ່າ ປະເທດລາວ ຕັ້ງຢູ່ເຂດທີ່ ມີພູສູງ ເຊິ່ງກວມເອົາ 35 ສ່ວນຮ້ອຍ ຂອງເຂດອ່າງ ໂຕ່ງແມ່ນໍ້າຂອງ ເປັນເຂດທີ່ ມີຝົນຕົກໜັກ ແລະ ຍາວນານ ມີພູ ມີສະຖານທີ່ ເໝາະສົມ ຕໍ່ການສ້າງ ເຂື່ອນໄຟຟ້ານໍ້າຕົກ. ໃນເວລາດຽວກັນ ປະເທດໃກ້ຄຽງ ກໍມີຄວາມຕ້ອງການ ພະລັງງານ ໄຟຟ້າສູງ.
ປັດຈຸບັນ ໂຄງການ ທີ່ມີຢູ່ແລ້ວ ຈະມີກໍາລັງ ຜລິດໄດ້ປະມານ 3,188 ເມັກກະວັດ ໃນຈໍານວນທັງໝົດ 21 ໂຄງການ ຂຶ້ນກັບບໍລິສັດ ໄຟຟ້າມະຫາຊົນ 8 ໂຄງການ ແລະ 7 ໂຄງການຂຶ້ນ ກັບບໍລິສັດ Independent Power Producer (IPP) ໃນເວລາດຽວກັນມີ 11 ໂຄງການ ທີ່ພວມກໍາລັງກໍ່ສ້າງ 2 ໂຄງການ ຂຶ້ນກັບບໍລິສັດໄຟຟ້າ ມະຫາຊົນ ແລະ 9 ໂຄງການຂຶ້ນກັບ ບໍລິສັດ IPP ນອກຈາກນັ້ນ ກໍມີ 23 ໂຄງການ ທີ່ໄດ້ເຊັນສັນຍາ ພັທນາໂຄງການແລ້ວ ແລະ ອີກ 32 ໂຄງການ ແມ່ນໄດ້ເຊັນ ບົດບັນທຶກ ຄວາມເຂົ້າໃຈ ຫລື MoU ຮຽບຮ້ອຍແລ້ວ.
ເຖິງຢ່າງໃດກໍຕາມ ຄາດວ່າແຕ່ປີ 2012 ຫາ 2017 ນີ້ລາວຈະມີ ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ທີ່ສໍາເຣັດປະມານ 28 ໂຄງການ ເຊິ່ງຈະມີ ກໍາລັງຜລິດ ກະແສໄຟຟ້າໄດ້ ປະມານ 3,155 ເມັກກະວັດ.