ການປູກຝິ່ນໃນລາວ ມີເພີ້ມຂື້ນ
2011.06.28

ກົດຟັງສຽງ
ອົງການ ປາບປາມ ຢາເສບຕີດ ແລະ ອາສຍາກັມ ສະຫະປະຊາຊາດ ລາຍງານວ່າ ຈຳນວນ ຕົວເລກ ການປູກຝີ່ນ ໃນລາວ ໃນປີທີ່ ຜ່ານມາ ຫລາຍກວ່າ ໃນປີໃດໆ ເລີ້ມຈາກ ປີ 2005 ເປັນຕົ້ນມາ ທີ່ຕ່ຳສຸດ ກໍ່ແມ່ນໃນ ປີ 2007 ທີ່ມີພື້ນທີ່ ການປູກ ປະມານ 1,500 ເຮັກຕາ.
ໃນອາທີດກ່ອນ ນາຍົກຣັຖມົນຕຣີ ລາວ ທ່ານ ທອງສີງ ທັມມະວົງ ໄດ້ກ່າວຕໍ່ ອົງການ ຄວບຄຸມ ຢາເສບຕິດ ສະຫະປະຊາຊາດ ແລະ ບັນດາ ນັກຂ່າວ ທີ່ ນະຄອນຫລວງ ວຽງຈັນ ວ່າ ຢາເສບຕິດ ເປັນບັນຫາ ຂອງ ນານາຊາດ ທີ່ໄຫລ ເຂົ້າສູ່ລາວ ເຮັດໃຫ້ລາວ ໄດ້ຮັບ ຜົລກະທົບ ຈາກການຜລິດ ນອກເຂດແດນ ຂອງລາວ.
ທ່ານ ສຸບັນ ສະຣິດທີຣາດ ປະທານ ຄນະກັມມະການ ຄວບຄຸມ ຢາເສບຕິດ ແຫ່ງຊາດ ກ່າວວ່າ ມີຄົນລາວ ຕິດຢາບ້າ ໃນປັດຈຸບັນ ຢ່າງນ້ອຍ 40 ພັນຄົນ ແລະ ຍັງມີກຸ່ມ ວັຍລຸ້ນ ອີກຈຳນວນ 1 ລ້ານ 4 ແສນ ຄົນ ຖືວ່າເປັນກຸ່ມ ທີ່ມີ ຄວາມສ່ຽງສູງ ທີ່ຈະໃຊ້ ຢາເສບຕິດ ຍ້ອນຄວາມ ຢາກຮູ້ ຢາກເຫັນ ຢາກລອງ, ບໍ່ເຂົ້າໃຈ ເຖີງອັນຕຣາຍ ທີ່ຈະເກີດຂື້ນ ຈາກ ຢາເສບຕິດ. ທ່ານກ່າວ ເນັ້ນວ່າ ກຸ່ມດ່ັງກ່າວ ຕ້ອງໄດ້ ອົບຮົມ ສິດສອນ ກ່ຽວກັບ ຜົນຮ້າຍ ຂອງ ຢາເສພຕິດ.