ທາງການລາວວ່າສາມາດ ຄ້າຮ່ວມກັບຊາວໂລກ
2011.05.09

ກົດຟັງສຽງ
ທາງກາຣ ລາວ ວ່າມີ ຄວາມພ້ອມ ທີ່ຈະເຂົ້າ ເປັນສະມາຊິກ ຂອງອົງກາຣ ການຄ້າໂລກ ໃນຕົ້ນປີ 2012 ແລະ ຫວັງວ່າ ຈະສາມາຖ ເຮັດໃຫ້ ປະຊາຊົນ ລາວ ມີຣາຍຮັບ ໃນຣະດັບກາງ ໃຫ້ໄດ້ ພາຍໃນ ທົສວັຕ ຕໍ່ໄປນີ້.
ທ່ານສົມດີ ດວງດີ ຣັຖມົນຕຣີ ກາຣຄັງ ສປປລາວ ໄດ້ກ່າວ ຕໍ່ທາງກາຣ ຂອງບັນດາ ປະເທສ ທີ່ກຳລັງ ມີກາຣພັທນາ ທາງດ້ານ ເສຖກິຈ ວ່າ ທາງກາຣລາວ ມີຄວາມພ້ອມ ທີ່ຈະເຂົ້າເປັນ ສະມາຊິກ ຂອງອົງກາຣ ການຄ້າໂລກ ພາຍໃນ 2-3 ປີ ຂ້າງໜ້ານີ້ ແລະ ກໍໄດ້ຜ່ານ ກາຣປະຊຸມ ກັບຕົວແທນ ຂອງ ອົງກາຣ ການຄ້າໂລກ ມາແລ້ວ ບໍ່ຕໍ່າກວ່າ 6 ເທື່ອ ແລະ ອາຈຈະໄດ້ຮັບ ກາຣເຫັນພ້ອມ ໃນໄວໆນີ້.
ທາງ ຣັຖມົນຕຣີລາວ ໄດ້ເນັ້ນວ່າ ໃນປັຈຈຸບັນ ຜົລຜລິຕ ຮວມພາຍໃນ ປະເທສ ຫລື GDP ຂອງລາວ ກໍຈະເພີ່ມຂຶ້ນ ໃນອັຕຣາສເລັ່ຽ 8% ຕໍ່ປີ ຈົນຮອດປີ 2020, ທຽບໃສ່ 6.5 – 7.5% ຕໍ່ປີ ໃນ ຣະຍະທີ່ ຜ່ານມາ ຍ້ອນຄວາມ ຂຍາຍໂຕ ທາງດ້ານ ກະສິກັມ ບໍ່ແຮ່ ຜລິຕພັນ ຈາກປ່າໄມ້ ທຸຣະກິຈ ກາຣທ່ອງທ່ຽວ ແລະ ກາຣສົ່ງຂາຍ ກະແສໄຟຟ້າ ໃຫ້ປະເທສ ເພື່ອນບ້ານ ທີ່ມີກຳໜົດ ຈະເພີ່ມຂຶ້ນເລື້ອຽໆ ຍ້ອນຍັງມີ ໂຄງກາຣ ສ້າງເຂື່ອນ ຕື່ມອີກ ຫລາຍແຫ່ງ ຊຶ່ງກໍຮວມ ທັງເຂື່ອນ ຢູ່ໃນເຂຕລຸ່ມ ແມ່ນ້ຳຂອງ ນຳດ້ວຍ.
ສະເພາະ ບັນຫາ ທີ່ທາງກາຣ ລາວ ຍັງປະສົບ ຢູ່ໃນ ປັຈຈຸບັນ, ກໍແມ່ນບັນຫາ ຣາຄາ ນ້ຳມັນແພງ ຊຶ່ງທາງ ຜູ້ນຳລາວ ກໍວ່າ ກຳລັງຫາ ວິທີທາງ ແກ້ໄຂ ຕລອດມາ ແລະ ອີກຢ່າງໜຶ່ງ ທາງກາຣລາວ ໂດຽກາຣ ຮ່ວມມື ກັບທາງກາຣ ຈີນ ກໍກຳລັງມີ ໂຄງກາຣ ສ້າງທາງຣັຖໄຟ ຄວາມໄວສູງ ຈາກຊາຍແດນຈີນ ລົງມາຍັງ ນະຄອນຫລວງ ວຽງຈັນ ເພື່ອເຊື່ອມຕໍ່ ກັບເສັ້ນທາງ ຣົຖໄຟ ກັບຝັ່ງໄທຽ ລົງໄປເຖິງ ສິງຄະໂປ ຊື່ງຄາດວ່າ ຍິ່ງຈະເປັນກາຣ ສົ່ງເສີມ ທາງດ້ານກາຣ ຂົນສົ່ງ ສິນຄ້າ ແລະ ເຮັດໃຫ້ລາວ ມີຄວາມພ້ອມ ໃນກາຣເປັນ ສະມາຊິກ ຂອງອົງກາຣ ການຄ້າໂລກ ດັ່ງກ່າວນີ້.