ບັນຫາທະເລຈີນໃຕ້ ຄວນໃຊ້ການທູດ
2011.06.17

ກົດຟັງສຽງ
ໃນຖ້າມກາງ ຄວາມຕຶຶງຄຽດ ຢູ່ໃນເຂດ ທະເລ ຈີນ ໃຕ້, ສປປ ລາວ ຮຽກຮ້ອງ ໃຫ້ມີການ ແກ້ໄຂ ຄວາມຂັດແຍ້ງ ດ້ວຍວິທີ ການທູດ. ການຜິດ ຖຽງກັນ ທີ່ເກີດຂື້ນ ເມື່ອບໍ່ດົນ ມານີ້ ລະຫ່ວາງ ຈີນ ກັບ ຟີລິບປິນ ແລະ ວຽດນາມ ຊື່ງຕ່າງຝ່າຍ ກໍອ້າງວ່າ ເປັນ ກັມມະສິດ ຂອງຕົນ ເຮັດໃຫ້ ຫລາຍປະເທດ ໃນ ພູມີພາກ ແລະ ທັງ ສະຫະຣັດ ອະເມຣິກາ ມີຄວາມ ເປັນຫ່ວງ ຢ້ານວ່າ ຄວາມຂັດແຍ້ງ ກັນນີ້ ຈະນໍາ ໄປສູ່ ການ ປະທະ ກັນທາງ ອາວຸດ. ສປປ ລາວ ຊື່ງເປັນ ປະເທດ ເພື່ອນມິດ ຂອງຈີນ, ເປັນເພື່ອນມິດ ທີ່ໃກ້ຊິດ ກັບ ວຽດນາມ, ທັງເປັນ ປະເທດ ສະມາຊິກ ອາຊຽນ ໄດ້ຖແລງ ຈຸດຢືນ ຂອງຕົນ ເມື່ອວັນທີ່ 15 ມີຖຸນາ ນີ້ ໂດຍ ທ່ານ ເຄນທອງ ນວນທະສິງ ໂຄສົກ ກະຊວງ ການ ຕ່າງປະເທດ ທີ່ມີໃຈ ຄວາມວ່າ:
ສປປ ລາວ ສະແດງ ຄວາມເປັນຫ່ວງ ຕໍ່ສະພາບ ການເຄັ່ງຕືງ ຢູ່ທະເລ ຈີນ ໃຕ້. ຕໍ່ສະພາບການ ດັ່ງກ່າວ ສປປ ລາວ ຮຽກຮ້ອງ ໃຫ້ທຸກຝ່າຍ ທີ່ກ່ຽວຂ້ອງ ມີຄວາມ ອົດທົນ ອັດກັ້ນ ແລະ ແກ້ໄຂ ບັນຫາ ແບບ ສັນຕິ ວິທີ ແບບ ສອງຝ່າຍ ຫລື ລະຫ່ວາງ ບັນດາ ຝ່າຍທີ່ ກ່ຽວຂ້ອງ ຕາມຄວາມ ເໝາະສົມ ໂດຍ ສອດຄ່ອງ ຕາມ ກົດໝາຍ ສາກົນ ລວມທັງ ສົນທິ ສັນຍາ ຂອງ ອົງການ ສະຫະະປຊາຊາດ ວ່າດ້ວຍ ກົດໝາຍ ທະເລ ສະບັບປີ 1982. ສປປລາວ ເຫັນວ່າ ຖແລງການ ວ່າດ້ວຍ ການປະພືດ ຂອງ ບັນດາຝ່າຍ ໃນທະເລຈີນ ໃຕ້ (DOC) ເປັນ ເອກກະສານ ທີ່ສໍາຄັນ ແນໃສ່ ສົ່ງເສີມ ມິຕພາບ ການຮ່ວມມື ເພື່ອຮັດແໜ້ນ ຄວາມໄວ້ເນື້ອ ເຊື່ອໃຈ ຊື່ງກັນ ແລະກັນ ອັນເປັນ ການສ້າງ ສະພາບ ແວດລ້ອມ ເອື້ອ ອໍານວຍ ໃຫ້ການ ປົກປັກ ຮັກສາ ສັນຕິພາບ ສະຖຽນ ຣະພາບ,ແລະ ການຮ່ວມມື ຢູ່ໃນ ພາກພື້ນ ດັ່ງກ່າວ.
ທ່າທີ່ ຂອງຈີນ ກ່ຽວກັບ ການແກ້ໄຂ ບັນຫາ ການຂັດແຍ້ງ ໃນເຂດ ທະເລຈີນໃຕ້ ແມ່ນຕ້ອງການ ເຈຣະຈາ ລະຫ່ວາງ ສອງຝ່າຍ ຫລືກັບ ທຸກຝ່າຍ ກ່ຽວຂ້ອງ ເທົ່ານັ້ນ. ບາງປະເທດ ສະມາຊິກ ອາຊຽນ ມີທ່າທີ ຢາກເຮັດ ໃຫ້ບັນຫາ ນີ້ຖືກ ແກ້ໄຂ ໃນລະດັບ ສາກົນ. ຝ່າຍທີ່ ກ່ຽວຂ້ອງ ໃນທະເລ ຈີນໃຕ້ ກໍມີ, ຈີນ ວຽດນາມ ຟີລິບປິນ ໃຕ້ຫວັນ ບຣູນາຍ ແລະ ມາເລເຊັຽ, ຊື່ງແຕ່ ລະຝ່າຍ ກໍອ້າງວ່າ ທັງໝົດ ຫລືສ່ວນໃດ ສ່ວນນື່ງ ຂອງເກາະ ເປັນ ກັມມະສິດ ຂອງຕົນ.