ທາງການລາວປະກາດ ລາຍຊື່ຜູ້ສມັກເລືອກຕັ້ງ

ທາງການລາວ ໄດ້ປະກາດ ລາຍຊື່ ຜູ້ທີ່ຈະເຂົ້າ ແຂ່ງຂັນ ການເລືອກຕັ້ງ ເອົາຜູ້ແທນ ຣາສດອນ ທົ່ວປະເທດ.
ສິດນີ
2011.03.03
F-election-list ການເລືອກຕັ້ງທົ່ວໄປ ໃນສປປລາວຄັ້ງທີ 6
RFA

ກົດຟັງສຽງ

ຄນະກັມມະການ ຄວບຄຸມ ການເລືອກຕັ້ງ ແຫ່ງຊາດລາວ ໄດ້ປະກາດ ຈຳນວນລາຍຊື່ ຜູ້ທີ່ຈະເຂົ້າ ແຂ່ງຂັນ ໃນການເລືອກຕັ້ງ ທີ່ຈະມີຂື້ນ ໃນວັນທີ 30 ເມສາ ປີນີ້ ທັງຫມົດ 190 ຄົນ. ການປະກາດ ດ່ັງກ່າວໄດ້ມີຂື້ນ ໃນກອງປະຊຸມ ຜູ້ສື່ຂ່າວ ທີ່ນະຄອນຫລວງ ວຽງຈັນ ໃນມື້ວັນທີ 2 ມີນາ ຊື່ງຄນະກັມມະການ ການເລືອກຕັ້ງ ໃຫ້ການ ຄ້ຳປະກັນວ່າ ຜູ້ສມັກທຸກຄົນມີ ຄຸນສົມບັດຖືກຕ້ອງ ຕາມກົດຫມາຍ ແລະ ປະຊາຊົນ ໃນທົ່ວປະເທດ ຈະມີຕົວແທນ ໃນສະພາແຫ່ງຊາດ ໃນຊຸດຈະມາ ຢ່າງຄົບຖ້ວນ. ແຕ່ຍັງມີ ປະຊາຊົນ ຫລາຍຄົນ ຍັງບໍ່ຮູ້ວ່າຈະມີ ການເລືອກຕັ້ງ ດ່ັງຊາວ ນະຄອນຫລວງ ວຽງຈັນ ຜູ້ນື່ງເວົ້າວ່າ:

"ໂອ້ອັນນີ້ກໍ່ບໍ່ໄດ້ ຍິນຊຳເດີ ຄວາມຈີງ ກໍ່ຢູ່ລາວນີ້ແລ້ວ ແຕ່ຍັງບໍ່ຮູ້ວ່າ ມື້ໃດມີໃຜແດ່ ຫັ້ນຫນາ ບາດນີ້ລາຍຊື່ ຜູ້ສມັກຫັ້ນ ກໍ່ຍັງບໍ່ທັນຮູ້ອີກ".

ຕາມຖແລງການຂອງ ຣັຖບານລາວ ການເລືອກຕັ້ງເອົາ ສະມາຊິກສະພາ ແຫ່ງຊາດໃນລາວ ໃນຊຸດຈະມານີ້ ຈະມີ 132 ທີ່ນັ່ງ. ຜູ້ສມັກຕ້ອງມາຈາກ ຕົວແທນ ຂອງພາກສ່ວນຂອງ ຊົນຊາດຊົນເຜົ່າ ເພດວັຍ ຊື່ງການເລືອກ ຕັ້ງຄັ້ງນີ້ ຈະມີ ສຸພາບສັດຕຣີ ເຂົ້າແຂ່ງຂັນ ເປັນສມາຊິກສະພາເຖິງ 47 ຄົນ.

ໃນຈຳນວນ ຜູ້ສມັກ 190 ຄົນນັ້ນ 47 ຄົນແມ່ນເລືອກຈາກ ສູນກາງ ສ່ວນເຫລືອແມ່ນເລືອກ ຈາກອຳນາດການປົກຄອງ ທ້ອງຖີ່ນ, 4 ຄົນແມ່ນເລືອກຈາກ ຣັຖວີສາຫະກິດ ແລະ 5 ຄົນມາແມ່ນເລືອກ ມາຈາກທຸຣະກິດ ເອກກະຊົນ.

ໃນຈຳນວນ ສະມາຊິກສະພາແຫ່ງຊາດ 115 ຄົນ ໃນຊຸດປັດຈຸບັນ ມີພຽງແຕ່ 45 ຄົນເທົ່ານັ້ນ ທີ່ຈະເຂົ້າສມັກ ເລືອກຕັ້ງໃຫມ່ ໃນນັ້ນ 11 ຄົນແມ່ນຜູ້ຍີງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.