ລາວ-ນີວຊີແລນດ໌ ຜູກສັມພັນ
2012.03.09
ກົດຟັງສຽງ
ທ່ານ ທອງລຸນ ສີສຸລິທ ຮອງນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ກາຣຕ່າງ ປະເທສ ສປປລາວ ພ້ອມຄນະ ໄດ້ອອກເດີນທາງ ຢ້ຽມຢາມ ປະເທສ ນີສຊີແລນດ໌ (New Zealand) ຢ່າງເປັນ ທາງກາຣ ຕາມກາຣ ເຊື້ອເຊີນ ຂອງ ທ່ານ Murray McCully ຣັຖມົນຕຣີ ກາຣຕ່າງປະເທສ ຂອງ ນີວຊີແລນດ໌ ແຕ່ມື້ ວັນທີ່ 1 – 4 ມີນາ ນີ້ ຊຶ່ງນອກຈາກ ເປັນກາຣ ເສີມສ້າງ ສາຍກາຣພົວພັນ ທາງກາຣທູຕ ຣະຫວ່າງ 2 ປະເທສ ໃຫ້ແໜ້ນແຟ້ນ ກວ່າເກົ່າ ແລ້ວນັ້ນ ຍັງເປັນກາຣ ເພີ່ມຂຍາຍ ກາຣຮ່ວມມື ດ້ານເສຖກິຈ ແລະ ກາຣພັທນາ ເທຄໂນໂລຈີ ຕ່າງໆ ຕລອດຮອດ ບັນຫາ ດ້ານກາຣ ປ່ຽນແປງ ຂອງ ດິນຟ້າອາກາດ ນຳດ້ວຍ.
ນອກຈາກ ທີ່ໄດ້ພົບປະ ຫາຣືກັບ ທ່ານ Murray McCully ແລ້ວນັ້ນ ທ່ານທອງລຸນ ແລະຄນະ ຍັງໄດ້ຮ່ວມ ໂອ້ລົມ ເພື່ອແລກປ່ຽນ ຄວາມຄິດ ຄວາມເຫັນ ກັບ ເຈົ້າໜ້າທີ່ ຣັຖບາລ ນີວຊີແລນດ໌ ຫລາຍໆທ່ານ ໂດຽສະເພາະ ກໍແມ່ນ ທ່ານ Tim Groser ຣັຖມົນຕຣີ ກາຣຄ້າ ພ້ອມກັບນັກ ທຸຣະກິຈ ຊາວນີວຊີແລນດ໌ ຫລາຍໆຄົນ ເພື່ອສົ່ງເສີມ ກາຣລົງທຶນ ໃນເມືອງລາວ ໃຫ້ຫລາຍ ເພີ່ມຂຶ້ນ ໃນອະນາຄົຕ.
ໃນຂນະດຽວກັນ ນັ້ນ ຮອງນາຍົກ ຣັຖມົນຕຣີ ລາວ ແລະຄນະ ກໍໄດ້ພົບພໍ້ ກັບ ປະຊາຊົນ ຊາວລາວ ຫລາຍຄອບຄົວ ທີ່ໄດ້ໄປ ຕັ້ງຖິ່ນຖານ ຢູ່ປະເທສ ນີວຊີແລນດ໌ ພ້ອມຍັງໄດ້ ໄປຢ້ຽມຢາມ ວັດລາວ ທີ່ກຸງ Auckland ນຳອີກ.