ລາວຄວນຂຍາຍພື້ນຖານ ການພັທນາຮອບດ້ານ
2011.04.07

ກົດຟັງສຽງ
ໃນບົດຣາຍງານ ຂອງທະນາຄານ ພັທນາເອເຊັຍ ຫລື ເອດີບີ ທີ່ອອກເຜີຍແຜ່ ຢູ່ນະຄອນຫລວງ ວຽງຈັນ ໃນມື້ວານນີ້. ທ່ານ Chong Chi Nai ຜູ້ອຳນວຍການ ທະນາຄານພັທນາເອເຊັຍ ປະຈຳລາວ ກ່າວວ່າ ໃນອານາຄົດ ອັນໃກ້ໆນີ້ ສປປລາວ ຄວນສ້າງພື້ນຖານ ເສຖກິດໂດຍອາໄສ ຫລາຍຂແນງການ ແລະ ຄວນເຮັດໃຫ້ມີ ວຽກງານຫລາຍຂື້ນ ເພື່ອໃຫ້ ປະຊາຊົນລາວ ໂດຍສະເພາະຊາວໜຸ່ມ ໄວລຸ້ນ ໄດ້ມີວຽກເຮັດງານທຳ. ຂແນງການນຶ່ງ ທີ່ຣັຖບານລາວ ຄວນປັບປຸງໃຫ້ດີຂື້ນ ກໍແມ່ນ ບັນຍາກາດສຳຣັບ ການເຮັດທຸຣະກິດ ໂດຍສະເພາະ ການເຮັດທຸຣະກິດ ຂນາດນ້ອຍ ແລະ ຂນາດກາງ, ໃນດ້ານນີ້ ທາງການ ຕ້ອງໃຫ້ຄວາມ ສະດວກສະບາຍ ແກ່ນັກລົງທຶນ. ນອກຈາກນັ້ນ ສປປລາວ ກໍຄວນສົ່ງເສີມ ເອກກະຊົນ ໃຫ້ມີບົດບາດ ໃນການສ້າງສາ ພັທນາ ປະເທດຊາດຫລາຍຂື້ນ.
ສ່ວນໃນອານາຄົດ ອັນໄກແດ່ ຣັຖບານສປປລາວ ຄວນໝູນໃຊ້ຣາຍໄດ້ ຈາກການຂາຍ ຊັພຍາກອນ ທັມມະຊາດ ໄປສ້າງສາ ພັທນາເສຖກິດ ໃຫ້ຫລາຍຂື້ນ ແລະກໍຄວນສ້າງສາ ພັທນາ ຢ່າງຍືນຍົງ ແລະ ໃຫ້ເທົ່າທຽມກັນ.
ຜ່ານມາ ສປປລາວອາໄສ ມີຣາຍໄດ້ຈາກ ການຂາຍໄຟຟ້າ ແລະຂຸດຄົ້ນບໍ່ແຮ່. ສະເພາະຣາຍໄດ້ ຈາກການຂາຍໄຟຟ້າ ເພິ້ມຂື້ນເຖິງ 140 ສ່ວນຮ້ອຍ ເມື່ອປີກາຍ ຍ້ອນເປີດໃຊ້ເຂື່ອນ ນ້ຳເທີນສອງ. ສຳຣັບ ຣາຍໄດ້ ຈາກການຂາຍແຮ່ທາດ ນັ້ນ ເພິ້ມຂື້ນປະມານ 19 ສ່ວນຮ້ອຍ ຊຶ່ງຣາຍໄດ້ສ່ວນຫລາຍ ມາຈາກການຂາຍ ຄຳແລະທອງ ຈາກບໍ່ຄຳເຊໂປນ ແລະ ບໍ່ຄຳທີ່ພູເບັ້ຍ. ແຕ່ຂແນງການ ທາງດ້ານ ເສຖກິດ ຢ່າງອື່ນໃນລາວ ຍັງບໍ່ຂຍາຍຕົວເທື່ອ ເຊັ່ນຍັງບໍ່ມີ ໂຮງຈັກໂຮງງານ ພຽງພໍ ແລະການຜລິດ ທາງດ້ານກະສິກັມ ກໍຍັງບໍ່ພຽງພໍ ກັບຄວາມຕ້ອງການ.