ລາວຈະເຄັ່ງຄັດເຣື່ອງ ຂຸດຄົ້ນແຮ່ທາຕ
2012.07.20

ໃນ ປັດຈຸບັນ ມີຫລາຍ ບໍຣິສັດ ຕ່າງຊາດ ເຂົ້າມາ ຂຸດຄົ້ນ ແຮ່ທາດ ໃນລາວ ເປັນຕົ້ນ ແຮ່ຄຳ ທອງແດງ ຖ່ານຫີນ ແລະອື່ນໆ ບາງບໍຣິສັດ ກໍຕັ້ງ ໂຮງງານ ຂຸດຄົ້ນ ບາງ ບໍຣິສັດ ກໍາລັງສຳຣວດ ແລະ ບາງບໍຣິສັດ ກໍຫາໄດ້ ຮັບ ສຳປະທານ ຊື່ງເປັນການສ້າງ ລາຍໄດ້ ໃຫ້ແກ່ ປະເທດຊາດ ແຕ່ບັນຫາ ມີຢູ່ວ່າ ບາງ ບໍຣິສັດ ບໍ່ປະຕິບັດ ຕາມສັນຍາ ທີ່ໄດ້ຕົກລົງ ກັບຣັຖບານ ລາວ ດັ່ງນັ້ນ ທາງການລາວ ກໍຈະມີ ການກວດກາ ຄືນໃຫມ່. ເຈົ້າຫນ້າທີ່ ບໍ່ແຮ່ ເວົ້າວ່າ:
"ໃນຕໍ່ຫນ້າ ຈະໄດ້ກວດ ຕື່ມອີກ ເພາະວ່າ ຣັຖບານເລີ້ມ ເຂັ້ມງວດ ໃນການດຳເນີນ ທຸຣະກິດ ບໍ່ແຮ່ ຄັນບໍ່ ປະຕິບັດ ສັນຍາເພີ່ນ ກໍຊີ່ເຕືອນ ກ່ອນເນາະ ເຕືອນເຖີງ ສອງເທື່ອ ຄັນວ່າຣະເມີດ ອີ່ຫລີ ເພີ່ນກໍຊີ່ ໂຈະ ຫັ້ນ ແຫລະ".
ທ່ານກ່າວ ຕໍ່ໄປວ່າ ໃນຣະຍະ ທີ່ຜ່ານມາ ການຂຸດຄົ້ນ ແຮ່ທາດ ໃນລາວ ຍັງບໍ່ຖືກ ຄວບຄຸມ ຈາກຣັຖບານລາວ ຢ່າງເຄັ່ງຄັດ ຈື່ງມີການ ລ່ວງລະເມີດ ສັນຍາຂໍ້ຫ້າມ ຈາກບາງ ບໍຣິສັດ ໃນຫລາຍ ກໍຣະນີ ເຊັ່ນຂາດ ການບຳບັດ ຕໍ່ສີ່ງແວດລ້ອມ ປ່ອຍ ສາຣເຄມີ ລົງໃສ່ ແມ່ນ້ຳ ແລະ ລັກຂຍາຍພື້ນທີ່ ໄປກວມເອົາ ດີນຊາວບ້ານ ດັ່ງນີ້ເປັນຕົ້ນ ເຫດການ ດັ່ງກ່າວ ສ້າງຄວາມ ບໍ່ພໍໃຈ ໃຫ້ແກ່ ຣັຖບານ ແລະ ປະຊາຊົນ ທ້ອງຖີ່ນ.
ທາງການລາວ ໄດ້ປະກາດ ວ່າງຫລັງໆ ມານີ້ວ່າ ຈະໂຈະ ການໃຫ້ ສຳປະທານ ບໍ່ແຮ່ ແລະ ພື້ນທີ່ ໃນການປູກຝັງ ຍ້ອນວ່າ ໃນອະດີດ ຫລາຍບໍຣິສັດທີ່ ໄດ້ຮັບ ສໍາປະທານ ໄປແລ້ວນັ້ນ ບໍ່ປະຕິບັດ ຕາມສັນຍາ ທີ່ຕົນໄດ້ ຕົກລົງກັບ ຣັຖບານ ໃນການໃຫ້ ສຳປະ ທານ. ແຕ່ຄຳສັ່ງ ໂຈະ ດັ່ງກ່າວ ຍັງບໍ່ຖືກ ປະຕິບັດ ຢ່າງແທ້ຈີງ ຍັງມີການ ໃຫ້ສຳປະທານ ໃນຫລາຍ ໂຄງການ ຢູ່ໃນວ່າງ ຫລັງໆມານີ້.