ລາວປ່ຽນຣະບຽບ ຮັບລູກບຸນທັມ
2012.09.17
ກົດຟັງສຽງ
ໃນຕົ້ນປີ 2012 ທາງການລາວ ໄດ້ໂຈະບໍ່ໃຫ້ມີການ ຮັບລູກບຸນທັມ ໄປລ້ຽງ ເພື່ອລໍຖ້າ ການປັບປຸງ ຂັ້ນຕອນຮັບ ໃຫ້ລະອຽດ ເຄັ່ງຄັດຂຶ້ນນັ້ນ ຫລ້າສຸດນີ້ ເຈົ້າໜ້າທີ່ລາວ ທ່ານນຶ່ງ ໄດ້ເປີດເຜີຍຕໍ່ RFA ໃນ ວັນທີ 17 ກັນຍາ ນີ້ວ່າ:
"ຂະເຈົ້າ ກໍແກ້ໄຂ ຊ່ອງຫວ່າງ ຜູ້ໃດຊິຮັບ ເອົາລູກບຸນທັມ ຜູ້ຈະເອົາໄປ ຕ້ອງຢູ່ລາວ 3 ເດືອນ 6 ເດືອນ ເພື່ອເຈົ້າໜ້າທີ່ ກ່ຽວຂ້ອງ ຈະກວດສອບ ເບິ່ງປວັດ ມີວຽກເຮັດງານ ທໍາດີແທ້ບໍ່ ມີຄວາມສາມາດ ລ້ຽງເດັກນ້ອຍ ໄດ້ບໍ່ ທາງພໍ່ແມ່ ໃຫ້ມາດ້ວຍ ແນວໃດ".
ທີ່ຜ່ານມາ ຂັ້ນຕອນ ການຮັບລູກບຸນທັມ ບໍ່ຣະອຽດພຽງພໍ ແລະ ມີຊ່ອງຫວ່າງ ຈຶ່ງເຮັດໃຫ້ຄົນ ສວຍໂອກາດ ແອບແຝງ ຮັບເດັກນ້ອຍ ເປັນລູກບຸນທັມ ແລ້ວຂາຍຕໍ່ ຊຶ່ງເປັນ ການຄ້າມະນຸດ ໃນຮູບແບບໃໝ່ ໃນລາວ.
ເຈົ້າໜ້າທີ່ ປ້ອງກັນຄວາມສງົບ ຂອງລາວ ຣາຍງານ ໃນຕົ້ນປີນີ້ວ່າ ມີອະດີດ ເຈົ້າໜ້າທີ່ຣັຖ ຮັບເດັກນ້ອຍ ທີ່ພໍ່ແມ່ປະຖີ້ມ ຢູ່ຕາມໂຮງໝໍ ຫລາຍຄົນ ເປັນລູກບຸນທັມ ກ່ອນທີ່ຈະຂາຍ ໃຫ້ຊາວຕ່າງປະເທດ ໃນຣາຄາ 5 ພັນ ໂດລາ ສະຫະຣັຖ ຕໍ່ເດັກນ້ອຍຜູ້ນຶ່ງ ໂດຍອາໄສຊ່ອງຫວ່າງ ຂອງກົດໝາຍ ຊື່ງເປັນສາເຫດນຶ່ງ ທີ່ເຮັດໃຫ້ ທາງການ ຕ້ອງປັບປຸງ ຂັ້ນຕອນການ ຮັບລູກບຸນທັມ.
ເຈົ້າໜ້າທີ່ລາວ ກ່າວໃນຕອນທ້າຍວ່າ ເຖິງທາງການ ຈະໄດ້ດັດແກ້ ປັບປຸງ ຂັ້ນຕອນກໍຕາມ ແຕ່ບັນຫານັ້ນ ກໍຂຶ້ນກັບຄົນທີ່ ຈະຮັບເດັກນ້ອຍ ໄປລ້ຽງ ເປັນລູກບຸນທັມ ວ່າມີຄວາມຈິງໃຈ ຊໍ່າໃດ.