ວຽກງານບໍ່ແຮ່ມີ 2 ກະຊວງຮັບຜິດຊອບ

ເຈົ້າຫນ້າທີ່ ກົມພລັງງານ ບໍ່ແຮ່ ສປປລາວ ເວົ້າວ່າ ທາງການ ໄດ້ແບ່ງ ຫນ້າທີ່ ກ່ຽວກັບ ກິຈກັມ ບໍ່ແຮ່ ຂອງລາວ ໃຫ້ສອງ ກະຊວງ ເປັນຜູ້ຮັບ ຜິດຊອບ.
ສິດນີ
2012.06.20

ເນື່ອງຈາກວ່າ ໃນປັດຈຸບັນ ກິຈກັມ ບໍ່ແຮ່ ໃນລາວ ຫຍຸ້ງຍາກ ສັບສົນ ເລີ້ມຈາກການ ໃຫ້ສັມປະທານ ການສຳຣວດ ຄົ້ນຄວ້າ ແລະ ການຂຸດຄົ້ນ ແຮ່ທາດ ໄປເຖິງ ການປົກປ້ອງ ສິ່ງແວດລ້ອມ ມີຫລາຍ ຂັ້ນຕອນ ທີ່ຣັຖບານ ຕ້ອງໄດ້ເບີ່ງແຍງ ແລະ ສີ້ງຊອມ. ເຈົ້າໜ້າທີ່ ເວົ້າວ່່າ:

"ມັນວຽກໃຜ ວຽກມັນເດະ ເພາະວ່າວຽກ ຊອກຄົ້ນ ສຳຣວດ ເປັນເບື້ອງຕົ້ນເນາະ ວຽກຂຸດຄົ້ນ ປຸງແຕ່ງແຮ່ ພາຍຫລັງ ເຂົາເອົາຂໍ້ມຸູນ ຊັດເຈນແລ້ວ ເຂົາມອບໃຫ້ ບໍ່ແຮ່ ເປັນຜູ້ ຄຸ້ມຄອງ".

ທ່ານເວົ້າຕໍ່ວ່າ ແຕ່ກອ່ນ ວຽກງານ ກ່ຽວກັບ ບໍ່ແຮ່ໃນລາວ ຂື້ນກັບ ກະຊວງ ພລັງງານ ແລະ ບໍ່ແຮ່ ທັງຫມົດ ແຕ່ດຽວນີ້ ໄດ້ແບ່ງໃຫ້ ເປັນພາລະ ຂອງກະຊວງ ຊັພຍາກອນ ແລະ ສີ່ງແວດລ້ອມ ຄວບຄຸມ ບາງສ່ວນ. ວຽກງານ ຂັ້ນຕົ້ນ ດັ່ງການ ສຳຣວດ ຄົ້ນຄວ້າ ຂຸດຄົ້ນ ແລະ ປົກປ້ອງ ສິ່ງແວດລ້ອມ ນັ້ນ ເປັນຫນ້າທີ່ ຂອງ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສີ່ງແວດລ້ອມ. ການຄວບຄຸມ ທຸຣະກິດ ດ້ານບໍ່ແຮ່ ແລະ ການ ປະເມີນຜົລ ນັ້ນ ເປັນຫນ້າທີ່ ຂອງກະຊວງ ພລັງງານ ແລະ ບໍ່ແຮ່. ທ່ານເວົ້າເພີ້ມວ່າ:

"ຊອກຄົ້ນ ທີມງານຊອກ ຄົ້ນສຳຣວດ ມັນຈະຢູ່ ຜແນກ ຊັພຍາກອນ ແລະ ສີ່ງແວດລ້ອມ ແລະ ບໍ່ແຮ່ມັນຢູ່ ພລັງງານ ບໍ່ແຮ່".

ເຖິງຢ່າງໃດ ກໍຕາມ ວຽກງານ ຂອງ 2 ກະຊວງ ດັ່ງກ່າວ ຍັງຈະມີ ຄວາມກ່ຽວ ເນື່ອງກັນຢູ່ ພຽງແຕ່ແຍກ ຫນ້າທີ່ ຄວາມຮັບຜິດຊອບ ໃຫ້ຊັດເຈນ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.