ເຈົ້າໜ້າທີ່ ຝ່າຍຄົ້ນຄວ້າ ກ່ຽວກັບ ອົງການ ການຄ້າໂລກ ກ່າວວ່າ ສປປລາວ ຍັງເປັນ ປະເທດນ້ອຍ ດ້ອຍພັທນາ ແລະ ບໍ່ມີຊາຍແດນ ຕິດກັບທະເລ ສະນັ້ນ ສປປລາວ ຈະບໍ່ສາມາດ ແຂ່ງຂັນ ກັບປະເທດ ອື່ນໄດ້ ຫລັງຈາກ ໄດ້ເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ແລ້ວ. ເຈົ້າໜ້າທີ່ ທ່ານນັ້ນ ອະທິບາຍ ວ່າ:
"ລາວເຮົາມີ ທີ່ຕັ້ງ ທີ່ບໍ່ມີຊາຍແດນ ຕິດກັບທະເລ ເຣື່ອງແຂ່ງຂັນ ການຄ້າ ແນ່ນອນວ່າ ເມັນເສັຍປຽບ ຢູ່ແລ້ວ ເຣື່ອງການຂົນສົ່ງ ຫັ່ນນ໋າ ທຽບໃສ່ ຄ່າຂົນສົ່ງ ມັນກ່າແພງຫຼາຍ ທຽບໃສ່ ປະເທດອື່ນ ຫັ່ນນ່າເປັນ 5-6 ທົບ ເພາະວ່າ ການຂົນສົ່ງ ທີ່ບໍ່ມີທະເລ ນີ້ເສັຍປຽບ ຍາກແລະແພງ ເພາະສະນັ້ນ ຊິແຂ່ງຂັນ ກັບປະເທດອື່ນ ນີ໋ຄິດວ່າ ໜ້ອຍຈະແຂ່ງ ອັນໃດ ອັນນຶ່ງໄດ້."
ເຖິງຢ່າງໃດ ກໍດີ ນັກວິຊາການ ລາວ ທ່ານນີ້ເວົ້າວ່າ ການໄດ້ເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ຈະເປັນປະໂຍດ ສຳຣັບລາວ ຫລາຍຢ່າງ ເຊັ່ນໃນເບື້ອງຕົ້ນ ຈະໄດ້ ຈັດຣະບຽບ ກົດໝາຍ ໃຫ້ສອດຄ່ອງ ກັບຣະບຽບ ກົດໝາຍ ຂອງການຄ້າ ສາກົນ ຈະໄດ້ສົ່ງ ສິນຄ້າ ທີ່ມີຄຸນນະພາບ ຂອງລາວ ອອກຕ່າງປະເທດ ຫລາຍຂື້ນ ເຊັ່ນ ກາເຟ ແລະ ຜົນຜລິດ ດ້ານກະສິກັມ ອື່ນໆ ແລະ ຈະຊຸກຍູ້ ສົ່ງເສີມໃຫ້ມີ ການລົງທຶນ ເຮັດທຸຣະກິດ ການຄ້າ ຢູ່ໃນລາວ ຫລາຍຂື້ນ.
ສປປລາວ ຖືກຮັບເຂົ້າ ເປັນສະມາຊິກ ອົງການ ການຄ້າໂລກ ຢ່າງເປັນທາງການ ເມື່ອເດືອນທີ່ແລ້ວ ແລະ ເມື່ອອາທິດ ທີ່ຜ່ານມາ ສະພາແຫ່ງຊາດ ລາວ ກໍໄດ້ໃຫ້ ສັຕຍາບັນ ແກ່ການເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ໄປແລ້ວ.