ກອຟລອງທັນ ເປັນຜົນດີໃຫ້ ວຽດນາມ

ປະຊາຊົນ ລາວ ເວົ້າວ່າ ໂຄງການກອຟ ລອງທັນ ຈະສ້າງ ວຽກງານ ໃຫ້ວຽດນາມ ຫລາຍກວ່າ ຄົນລາວ.
ຈໍາປາທອງ
2012.06.12

ຄົນລາວ ເວົ້າວ່າ ໂຄງການກອຟ ລອງທັນ ຂອງ ບໍຣິສັດ ວຽດນາມ ທີ່ໄດ້ຮັບ ສໍາປະທານ ຈາກຣັຖບານລາວ ສ້າງຢູ່ ບໍຣິເວນ ບ້ານດົງໂພສີ ເມືອງ ຫາດຊາຍຟອງ ນະຄອນຫລວງ ວຽງຈັນ ນັ້ນ ຄາດວ່າ ເມື່ອກໍ່ສ້າງແລ້ວ ວຽກງານດີໆ ຄົງຈະໃຫ້ຄົນ ວຽດນາມເຮັດ ຫລາຍກວ່າ ຄົນລາວ.

ຕາມທີ່ຄົນລາວ ສັງເກດ ເຫັນວ່າ ຄົນງານ ທີ່ບໍຣິສັດ ວຽດນາມ ຈ້າງມາສ້າງ ສນາມກອຟ ແມ່ນຄົນວຽດນາມ ເປັນສ່ວນໃຫຍ່ ແລະ ບໍ່ເຫັນ ຫລື ບໍ່ໄດ້ຍິນວ່າ ມີຄົນລາວ ເຂົ້າໄປເຮັດວຽກ ຮ່ວມກັບຄົນ ວຽດນາມ. ດັ່ງນັ້ນ ຈຶ່ງຄິດວ່າ ເມື່ອໂຄງການ ສໍາເຣັດແລ້ວ ຄົງຈະເອົາ ແຕ່ຄົນ ວຽດນາມ ເຂົ້າມາເຮັດວຽກ ໃນທີ່ນັ້ນ ຫລາຍກວ່າ ຄົນລາວແນ່ນອນ. ດັ່ງຊາວ ນະຄອນຫຼວງ ວຽງຈັນ ຜູ້ນຶ່ງເວົ້າວ່າ:

"ຂ້ອຍຄິດວ່າ ບໍ່ເປັນຜົນ ປະໂຫຍດ ເພາະວ່າ ຊາວບ້ານ ທົ່ວໄປ ຂະເຈົ້າກະບໍ່ ໄດ້ມີຄວາມຮູ້ ກ່ຽວກັບ ສນາມກອຟ ພວກທີ່ສິໄດ້ ໄປເຮັດວຽກ ເຮັດຫຍັງ ຢູ່ຫັ້ນກໍສິ ເປັນພວກ ຄົນສວນ ເທົ່ານັ້ນ ເພາະ ຣະດັບ ສູງຂຶ້ນໄປ ຄົນວຽດນາມ ຂະເຈົ້າ ກໍຕ້ອງ ເອົາຄົນ ວຽດນາມ ໝົດຢູ່ແລ້ວ ບຸຄລາກອນ ທີ່ເໜືອກວ່າ ຫັ້ນນະ".

ຊາວນະຄອນຫຼວງ ວຽງຈັນ ຜູ້ນີ້ເວົ້າຕື່ມ ອີກວ່າ ປັດຈຸບັນ ການກໍ່ສ້າງ ໂຄງການ ກອຟລອງທັນ ຄືບໜ້າໄປ ຫລາຍ ພໍສົມຄວນ ໄດ້ສ້າງປະຕູເຂົ້າ ແລະ ຮົ້ວຮອບແລ້ວ. ຕົນ ແລະ ຊາວບ້ານດົງໂພສີ ຫລາຍໆຄົນ ໄດ້ແຕ່ຈົ່ມວ່າ ໂຄງການ ດັ່ງກ່າວ ຈະບໍ່ເປັນ ຜົນປະໂຫຍດ ຕໍ່ຄົນລາວ ມີແຕ່ຈະສ້າງ ຄວາມເດືອດຮ້ອນ ໃຫ້ຊາວບ້ານ ຫຼາຍກວ່າ ຊຶ່ງທີ່ຜ່ານມາ ປະຊາຊົນ ໃນບ້ານ ຈໍານວນນຶ່ງ ໄດ້ເສັຍເຮືອນ ແລະ ທີ່ດິນ ໃຫ້ໂຄງການ ນັ້ນໄປແລ້ວ. ຈົນມາຮອດ ປັດຈຸບັນນີ້ ຕົນກໍຍັງ ບໍ່ຮູ້ວ່າ ຊາວບ້ານ ທີ່ຖືກ ທາງການລາວ ໃຫ້ໂຍກຍ້າຍ ອອກນັ້ນ ໄປຢູ່ບ່ອນໃດ ແລະ ມີຊີວິດ ການເປັນຢູ່ ໃນສະພາບໃດ ກັນແທ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.