ຜູ້ມີເງິນມີອໍານາດ ກວ້ານຈັບຈອງທີ່ດິນ

ໃນ ສປປ ລາວ ການບຸກລຸກ ຈັບຈອງ ທີ່ດິນ ຂອງຣັດ ມາເປັນຂອງ ສ່ວນຕົວ ຫຼື ເປັນຂອງ ບໍຣິສັດ ຍີ່ງນັບມື້ ຫລາຍຂຶ້ນ.
ຈໍາປາທອງ
2012.10.30

ໃນທ້າຍສັປດາ ຜ່ານມາ ເຈົ້າໜ້າທີ່ ກ່ຽວຂ້ອງ ໃນເຣື່ອງທີ່ດິນ ຂອງ ທາງການລາວ ທີ່ບໍ່ປະສົງ ອອກຊື່ ທ່ານນຶ່ງ ເປີດເຜີຍຕໍ່ ເອເຊັຍເສຣີ ວ່າ ໃນຣະຍະ ຜ່ານມາ ມີການ ບຸກລຸກ ຈັບຈອງທີ່ດິນ ຂອງຣັດ ແບບຊະຊາຍ ຂອງບຸກຄົນ ຫລື ນິຕິບຸກຄົນ ແລະ ບໍຣິສັດ ເຮັດໃຫ້ທີ່ດິນ ຂອງຣັດ ພື້ນທີ່ປ່າໄມ້ ທັມມະຊາດ ແລະປ່າສງວນ ນັບມື້ຫລຸດ ໜ້ອຍລົງ. ດິນຈໍານວນບໍ່ໜ້ອຍ ໄດ້ຕົກໄປເປັນ ກັມມະສິດ ຂອງສ່ວນບຸກຄົນ ຫລື ຂອງບໍຣິສັດ ທີ່ເຂົ້າມາລົງທຶນ.

ເຈົ້າໜ້າທີ່ທ່ານນີ້ ເວົ້າຕໍ່ໄປວ່າ ເຖິງແມ່ນຈະມີ ຣະບຽບກົດໝາຍ ທີ່ໄດ້ນໍາໃຊ້ ເພື່ອຄຸ້ມຄອງທີ່ດິນ ແດ່ແລ້ວກໍຕາມ ແຕ່ກໍຍັງໃຊ້ ບໍ່ໄດ້ຜົນ ເທົ່າທີ່ຄວນ. ການຂຶ້ນທະບຽນ ອອກໃບຕາດິນ ຍັງບໍ່ເປັນຣະບົບ ບໍ່ຮວມສູນ ການອະນຸມັດ ໃຫ້ບາງໂຄງການ ເຊົ່າ ຫລື ສັມປະທານ ທີ່ດິນ ທີ່ຍັງບໍ່ໄດ້ ຜ່ານການສໍາຣວດ ຈັດສັນຢ່າງ ເປັນຣະບົບ ຈື່ງພາໃຫ້ເກີດ ຂໍ້ຂັດແຍ່ງ ທີ່ສັບສົນຕາມມາ.

ທ່ານກ່າວວ່າ ຖ້າຫາກ ບໍ່ມີກົນໄກ ຫລື ຣະບຽບການ ທີ່ຮັດກຸມ ເພື່ອຄຸ້ມຄອງ ທີ່ແນ່ນອນ ອາດຈະເປີດຊ່ອງຫວ່າງ ໃຫ້ພວກ ສວຍໂອກາດ ກວາດຊື້ ຫຼື ຈັບຈອງທີ່ດິນ ຫຼາຍຂຶ້ນ ແລ້ວກໍຈະກາຍ ເປັນນາຍທຶນ ຫລື ສັກດິນາ ຜູກຂາດ ກັມມະສິດ. ສ່ວນປະຊາຊົນ ຜູ້ດ້ອຍໂອກາດ ກໍຈະບໍ່ມີສິດ ນໍາໃຊ້ທີ່ດິນ ບໍ່ມີບ່ອນ ທໍາມາຫາກິນ ກໍເປັນໄດ້.

ທ່ານວ່າ ສາເຫດສໍາຄັນ ທີ່ເຮັດໃຫ້ເກີດ ບັນຫາດັ່ງກ່າວ ກໍຍ້ອນວ່າ ສ່ວນບຸກຄົນ ຫລື ບໍຣິສັດ ທີ່ບຸກລຸກ ຈັບຈອງທີ່ດິນ ນັ້ນລ້ວນແຕ່ເປັນ ຜູ້ທີ່ມີ ອິດທິພົນ ຫຼືເຄືອຍາດ ຂອງ ເຈົ້າໜ້າທີ່ ຣະດັບສູງ ໃນຄນະຜູ້ນໍາ ຂອງ ພັກແລະຣັດ ແລະ ບາງຄົນກໍໃຊ້ເງິນ ຊື້ຈ້າງ ປ່ອນເງິນກ້ອງໂຕະ ໃຫ້ເຈົ້າໜ້າທີ່.

ເພື່ອແກ້ໄຂບັນຫາ ດັ່ງກ່າວນີ້ ທ່ານກ່າວວ່າ ຕ້ອງປັບປຸງ ແລະ ຈັດຕັ້ງປະຕິບັດ ຣະບຽບກົດໝາຍ ແລະ ນິຕິກັມຕ່າງໆ ທີ່ກ່ຽວຂ້ອງ ກັບທີ່ດິນ ຢ່າງຄົບຖ້ວນ ແລະ ເຂັ້ມງວດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.