ທາງການຂາດຂໍ້ມຸູນ ສວັດດີການສັງຄົມ

ທາງການລາວ ຂາດຂໍ້ມຸູນ ທີ່ແນ່ນອນ ທີ່ຈະຮູ້ວ່າ ມີແຮງງານລາວ ຜູ້ທີ່ໄດ້ຮັບ ປະກັນສັງຄົມ ຈາກນາຍຈ້າງ ຢ່າງແທ້ຈີງນັ້ນ ຫລາຍປານໃດ.
ສິດນີ
2012.06.12

ເຈົ້າຫນ້າທີ່ ຫ້ອງການແຮງງານ ແລະ ສວັດດີການ ສັງຄົມ ທີ່ແຂວງຄຳມ່ວນ ທ່ານນື່ງ ເວົ້າວ່າ ທາງການລາວ ບໍ່ສາມາດ ກວດສອບ ຈຳນວນແຮງງານ ທີ່ໄດ້ຮັບ ການປະກັນ ສັງຄົມ ຈາກນາຍຈ້າງ ຢ່າງແທ້ຈີງໄດ້ ຍ້ອນວ່າ ມີແຮງງານ ຖືກຈ້າງ ນອກຣະບົບ ຫລາຍເກີນໄປ ເຮັດໃຫ້ ການພັທນາ ແຮງງານລາວ ບໍ່ໄດ້ມາຕຖານ ແລະ ບໍ່ສາມາດ ເຂົ້າໄປຊ່ອຍເຫລືອໄດ້ ຖ້າມີບັນຫາ ກັບນາຍຈ້າງ ດັ່ງທ່ານກ່າວໃນ ຕອນນື່ງວ່າ:

"ບາງເທື່ອ ເຮົາຍັງແຍກ ແຮງງານເບັ້ຽມື້ ແຮງງານຫຍັງ ເພາະວ່າ ສ່ວນຫລາຍ ພວກເຂົາບໍ່ໄດ້ ເຮັດສັນຍາ ແຮງງານ ຄັນບໍ່ ໄດ້ເຮັດ ສັນຍາແຮງງານ ກໍເວົ້າກັນຍາກ ການກວດ ສອບແຮງງານ ແຮງງານມັນ ເຂົ້າອອກ ອອກເຂົ້າເລື້ອຍໆ".

ທ່ານເວົ້າອີກວ່າ ສ່ວນໃຫຍ່ ການປະກັນສັງຄົມ ແລະ ສິດທິແຮງງານລາວ ຈາກ ນາຍຈ້າງຈະມີ ພຽງ 10% ເທົ່ານັ້ນ ທາງການລາວ ຕ້ອງການ ຢາກປັບປຸງ ກົດຫມາຍດັ່ງກ່າວ ໃຫ້ນາຍຈ້າງ ຈ່າຍຄ່າ ປະກັນສັງຄົມໃຫ້ ແຮງງານລາວ ຫລາຍຂື້ນ ຊື່ງໃນປັດຈຸບັນ ກໍໄດ້ໂອ້ລົມ ກັບຫລາຍ ບໍຣິສັດ ເຊັ່ນບໍຣິສັດຈີນ ທີ່ເປັນບໍຣີສັດຈ້າງ ແຮງງານລາວ ລາຍໃຫຍ່ ທ່ານກ່າວເພີ້ມອີກວ່າ:

"ປັດຈຸບັນ ກຳລັງເວົ້າລົມ ກັບຈີນເນາະ ບັນດາ ບໍຣິສັດໄຊຍວນ ບໍຣິສັດໃຫຍ່ ພວກເຮົາ ຈະໃຫ້ເຂົ້າປະກັນ ສັງຄົມ ຫມົດເພາະວ່າ ຄົນລາວ ຫລືຄົນທີ່ມາ ເຮັດວຽກຢູ່ລາວ ຫລືລົງທືນຢູ່ລາວ ມັນຕ້ອງໄດ້ ເສັຍປະກັນ ສັງຄົມ".

ການເອົາ ແຮງງານລາວ ເຂົ້າໃນ ຣະບົບ ປະກັນສັງຄົມ ຈະຊ່ອຍໃຫ້ ກັມມະກອນລາວ ມີຄຸນນະພາບ ການເປັນຢູ່ ດີຂື້ນ ຍ້ອນມີເວລາ ເຈັບໄຂ້ກໍມີ ໃບໂຮງຫມໍ ແລະ ເມື່ອມີການ ເອົາຣັດ ເອົາປຽບ ຈາກນາຍຈ້າງ ກໍມີການ ຄ້ຳປະກັນ ທາງກົດຫມາຍ ແຮງງານ ຈາກຫນ່ວຍງານ ຣັຖບານ ເຂົ້າໄປຊ່ອຍເຫລືອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.