ກອງປະຊຸມການທ່ອງທ່ຽວ ອາຊ໊ຽນ 2013

ສປປລາວ ຕຣຽມ ເປັນເຈົ້າພາບ ກອງປະຊຸມ ຣັຖມົນຕຣີ ການທ່ອງທ່ຽວ ອາຊ໊ຽນ ໃນປີ 2013.
ຫວາດ ສີມູນ
2012.06.08
F-tourists-forum ກອງປະຊຸມ ການທ່ອງທ່ຽວ ອາຊ໊ຽນ ທີ່ ປະເທດ ອິນໂດເນເຊັຽ ເດືອນ ມົກກະຣາ 2012
ATF.web

ທາງກາຣ ສປປລາວ ວ່າ ມີຄວາມພ້ອມ ທີ່ຈະຮັບ ເປັນເຈົ້າພາບ ກອງປະຊຸມ ຣັຖມົນຕຣີ ການທ່່ອງທ່ຽວ ອາຊ໊ຽນ ຫລື ATF ທີ່ມີກຳໜົດ ຈັດຂຶ້ນ ຢູ່ນະຄອນຫລວງ ວຽງຈັນ ໃນເດືອນ ມົກກະຣາ 2013 ນີ້ ໂດຽມີກາຣ ປັບປຸງ ສາທາຣະນຸ ປະໂພຄຕ່າງໆ ຢ່າງຫລວງຫລາຍ ເພື່ອໃຫ້ ບໍຣິກາຣ ແກ່ບັນດາ ເຈົ້າໜ້າທີ່ ໂຕແທນ ຈາກຫລາຍ ປະເທສອາຊ໊ຽນ ແລະ ບັນດາ ຜູ້ສື່ຂ່າວ ຈາກຫລາຍໆແຫ່ງ ທີ່ຈະເຂົ້າຮ່ວມ ດັ່ງທີ່ ເຄີຽໄດ້ຮັບ ເປັນເຈົ້າພາບ ມາກ່ອນແລ້ວ ໃນປີ 2004. ດັ່ງທ່ານ Darrel Nuck ຜູ້ອຳນວຍກາຣ ບໍຣິຫາຣ ຂອງ ບໍຣິສັທ TTG ທີ່ໃຫ້ກາຣ ເບີ່ງແຍງ ແລະ ປະສານງານ ໃນນາມຂອງ ຣັຖບາລວ່າ:

ທ່ານວ່າ: "ທຽບໃສ່ 8 ປີ ທີ່ຜ່ານມາ ວຽງຈັນ ດຽວນີ້ມີກາຣ ປ່ຽນແປງຫລາຍ ເຕັມໄປດ້ວຍ ໂຮງແຮມ ເຮືອນພັກ ພ້ອມກັບ ກາຣສ້າງສາ ໂຄງຮ່າງພື້ນຖານ ຕ່າງໆ ກໍມີຫລາຍ ກວ່າເກົ່າ ຊຶ່ງກໍເປັນກາຣ ດືງດູດ ຊາວ ຕ່າງປະເທສ ໃຫ້ເຂົ້າມາ ທ່ຽວຊົມ ເມືອງລາວ ຫລາຍເພີ່ມຂຶ້ນ".

ພ້ອມດຽວກັນນີ້ ທ່ານກໍວ່າ ເວລາທີ່ທາງ ກາຣລາວ ຮັບເປັນເຈົ້າພາບ ກອງປະຊຸມ ໃນປີ 2004 ທີ່ຜ່ານມານັ້ນ ກໍມີຄວາມ ບົກຜ່ອງ ຫລາຍຢ່າງ ໂດຽສະເພາະ ກໍແມ່ນດ້ານ ທີ່ພັກອາສັຍ ແຕ່ສໍາຫຼັບ ກາຣກະຕຣຽມ ໃນຄັ້ງນີ້ ກໍມີໂຮງແຮມ ເຮືອນພັກເພີ່ມຂຶ້ນ ຢ່າງຫລວງຫລາຍ ທີ່ ນະຄອນຫລວງ ວຽງຈັນ ທັງໝົດ ບໍ່ຕໍ່າກວ່າ 3,000 ຫ້ອງ ແລະ ກໍມີຜູ້ຈອງໄວ້ ແລ້ວ 63% ຍ້ອນມີ ຄວາມສະດວກ ສະບາຍ ດ້ານກາຣ ເດີນທາງ ໂດຽສະເພາະ ກໍມີສາຍ ກາຣບິນ ຈາກຕ່າງປະເທສ ເຂົ້າເມືອງລາວ ຈາກຫລາຍແຫ່ງ ເຊັ່ນ ຈາກປະເທສໄທຽ ແລະ ສິງຄະໂປ ດັ່ງທ່ານ Darrel Nuck ໄດ້ກ່າວເພີ່ມວ່າ:

ທ່ານວ່າ: "ໃນ ເມື່ອກ່ອນນັ້ນ ກາຣເດີນທາງ ເຂົ້າເມືອງລາວ ຂອງຊາວຕ່າງ ປະເທສ ກໍຈຳກັດ ຍ້ອນບໍ່ມີຖ້ຽວບິນ ພຽງພໍ ແຕ່ສຳຫລັບ ຂັ້ນຕໍ່ໄປນີ້ ຄົງຈະບໍ່ມີ ບັນຫາໃດໆ ພ້ອມກັບຄາດວ່າ ຊື່ງນອກຈາກ ເຈົ້າໜ້າທີ່ ກ່ຽວຂ້ອງແລ້ວ ກໍຈະມີນັກ ທ່ອງທ່ຽວ ໂດຽທົ່ວໄປ ທີ່ຈະເດີນທາງ ເຂົ້າເມືອງລາວ ຫລາຍເພີ່ມຂຶ້ນ ເລື້ອຍໆ".

ເຈົ້າໜ້າທີ່ ດັ່ງກ່າວ ໄດ້ເນັ້ນເພີ່ມວ່າ ກາຣທີ່ ທາງກາຣລາວ ຮັບເປັນເຈົ້າພາບ ກອງປະຊຸມ ກາຣທ່ອງທ່ຽວ ຄັ້ງໃໝ່ນີ້ ກໍຖືເປັນກາຣ ປະຊາສັມພັນ ທີ່ສຳຄັນ ໃນກາຣດືງດູດ ໃຫ້ມີນັກ ທ່ອງທ່ຽວ ໃຫ້ຄວາມສົນໃຈ ເດີນທາງ ເຂົ້າເມືອງລາວ ຫລາຍເພີ່ມຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.