ລາວຕ້ອງການກົດຫມາຍ ປົກປ້ອງຊ້າງປ່າ
2012.08.09

ເຈົ້າຫນ້າທີ່ ຈາກອົງການ ທີ່ບໍ່ຂື້ນກັບ ຣັຖບານ ກ່າວຕໍ່ ເອເຊັຽເສຣີ ໃນ ວັນທີ 9 ສີງຫານີ້ວ່າ ຝຸງຊ້າງປ່າ ໃນລາວ ຍັງຂາດ ການປົກປ້ອງ ຄວາມປອດພັຍ ຂອງໝູ່ຊ້າງຢູ່ ຣັຖບານລາວ ຄວນປັບປຸງ ກົດຫມາຍ ການປົກປ້ອງ ຊ້າງປ່າ ໂດຍສະເພາະ ເພື່ອປ້ອງກັນ ການລ່າຊ້າງປ່າ ຈາກຊາວບ້ານ ຜູ້ທີ່ຈະເອົາ ຊິ້ນສ່ວນຊ້າງ ປະເພດງາ ແລະ ກະດູກໄປຂາຍ ໃຫ້ກຸ່ມພໍ່ຄ້າສັດປ່າ ໃຫ້ຫມົດສີ້ນໄປ. ດັ່ງທ່ານ ກ່າວວ່າ:
"ປັບປຸງ ເລຶ້ື້ອງການບັງຄັບ ໃຊ້ກົດຫມາຍ ໃຫ້ມັນ ຫລາຍຂື້ນ ໃນການກວດກາ ການສຶກສາຂໍ້ມູນ ມີບັນດາ ພໍ່ຄ້າເຂົ້າໄປຫາ ຊຸມຊົນ ລາງເທື່ອ ເຮົາໄປ ຊາວບ້ານ ກໍຮັບຟັງ ທີ່ພວກເຮົາ ໂຄຊະນາ ຫລັງຈາກນັ້ນ ມີພໍ່ຄ້າໄປກໍໄປ ຕາມພໍ່ຄ້າ ກັນຫມົດ".
ເຈົ້າຫນ້າທີ່ ທ່ານນັ້ນ ກ່າວຕໍ່ໄປວ່າ ຈາກຂໍ້ມູນ ທີ່ໄດ້ຮັບ ບັນດາ ພໍ່ຄ້າສ່ວນໃຫຍ່ ມັກເດີນທາງ ໄປພາກໃຕ້ ແລະ ພາກກາງ ເພື່ອຈ້າງຄົນ ລ່າຊ້າງ ໃຫ້ຂະເຈົ້າ ເພາະຕ້ອງການ ຊິ້ນສ່ວນຂອງຊ້າງ ໄປຂາຍ ແລະ ຊາວບ້ານ ກໍເຕັມໃຈ ໃນການລ່າຊ້າງປ່າ ເພາະມັນຮາວີ ເຄື່ອງປູກ ຂອງຝັງ ຂອງພວກຂະເຈົ້າ. ກ່ຽວກັບກົດຫມາຍ ປົກປອ້ງຊ້າງປ່າ ເຈົ້າຫນ້າທີ່ລາວ ອີກທ່ານນື່ງເວົ້າວ່າ:
"ເຣຶ້ື້ອງກົດຫມາຍ ຄຸ້ມຄອງຊ້າງ ພວກເຮົາ ກະຂຽນຢູ່ ແຕ່ວ່າ ຍັງບໍ່ໄດ້ຜ່ານ ສະພາເທື່ອ ເພາະວ່າ ເຮົາກະຂຽນ ກ່ຽວກັບ ເຣື້ອງການອະນຸຮັກ ການປົກປັກຮັກສາ ຕລອດຮອດ ເຣື້ອງຫ້າມ ການຄ້າ ການຂາຍ".
ເຖິງຢ່າງໃດກໍຕາມ ໃນປັດຈຸບັນ ຕາມການສຳຣວດ ພົບວ່າ ຈຳນວນຊ້າງປ່າ ຍັງເຫລືອຢູ່ ໃນລາວຣະຫວ່າງ 800-1,200 ໂຕ ເທົ່ານັ້ນ ໃນເຂດ ພາກກາງ ແລະ ພາກໃຕ້ ມີຊ້າງບໍ່ຮອດ 200 ໂຕ ຍ້ອນວ່າ ຖືກລ່າໄປຂາຍ ໂດຍຊາວບ້ານ ໃຫ້ແກ່ ກຸ່ມຄ້າສັດປ່າ ຜູ້ທີ່ເອົາ ຊິ້ນສ່ວນສົ່ງ ໄປຕ່າງປະເທດ.