ປອມເອກສານ ຂາຍໄມ້ທ່ອນ
2011.04.15
ກົດຟັງສຽງ
ທ່ານ ພົມມີ ພູມະນີ ຫົວຫນ້າ ກົມປ່າໄມ້ ສປປລາວ ເວົ້າວ່າ ໃນຣະຍະ ທີ່ຜ່ານມາ ເທົ່າເຖິງ ປັດຈຸບັນ ມີການສ້າງ ຕັ້ງໂຮງງານ ປຸງແຕ່ງໄມ້ ໃນຫລາຍເຂດ ຢູ່ທົ່ວປະເທດ, ສົ່ງຜົລໃຫ້ ທາງຣັຖບານ ບໍ່ສາມາດ ຕອບສນອງ ໄມ້ທ່ອນ ໄດ້ຕາມ ຄວາມຕ້ອງການ. ຍ້ອນການປອມແປງ ເອກສານ ໃນການເຄື່ອນຍ້າຍ ໄມ້ທ່ອນ ເພື່ອຂາຍໃຫ້ ໂຮງງານໄມ້. ການກະທຳດັ່ງກ່າວ ສ້າງຄວາມ ຫຍຸ້ງຍາກ ໃນການກວດກາ ຈາກເຈົ້າຫນ້າທີ່ ປ່າໄມ້- ດັ່ງທ່ານກ່າວ ໃນຕອນນື່ງວ່າ:
"ການເຄຶ່ອນຍ້າຍ ໄມ້ທ່ອນ ແລະ ໄມ້ແປຮູບ ພາຍໃນ ປະເທດ ມີລັກສນະ ສັບສົນ ບໍ່ຈະແຈ້ງ ສ້າງຄວາມ ຫຍຸ້ງຍາກ ໃຫ້ແກ່ ເຈົ້າຫນ້າທີ່ ປ່າໄມ້ ໃນການກວດກາ ສ້າງເງື່ອນໄຂ ໃຫ້ກຸ່ມຄົນ ບໍ່ດີ ສາມາດ ປອມແປງໄມ້ ທີ່ບໍ່ຖືກຕ້ອງ ຕາມຣະບຽບ ການປົນເປ ໄປນຳ ຍ້ອນໄມ້ ຈຳນວນນື່ງ ບໍ່ຕີກາ ພືດຕິກັມ ດັ່ງກ່າວ ເຫັນວ່າ ບໍ່ສອດຄອ່ງ ກັບກົດຫມາຍ ວ່າດ້ວຍໄມ້".
ທ່ານກ່າວ ຕໍ່ໄປວ່າ ອິງຕາມກົດຫມາຍ ວ່າດ້ວຍ ປ່າໄມ້ ມາຕຣາ 53 ຣະບຸວ່າ ການເຄື໋ອນຍ້າຍໄມ້ ແລະ ຜລິດຕະຜົລ ຈາກປ່າໄມ້ ພາຍໃນ ປະເທດຕ້ອງ ປະຕິບັດ ຕາມຣະບຽບການ ຕ່າງໆເຊັ່ນ ຈ່າຍຄ່າ ພັນທະ, ຄ່າອາກອນ, ໄມ້ແຕ່ລະທ່ອນ ຕ້ອງມີເຄື່ອງຫມາຍ ແລະ ຕ້ອງຕີກາ ຕ້ອງມີເອກສານ ເຄື່ອນຍ້າຍ ຈາກທາງການ, ແຕ່ຈາກການ ກວດກາ ພົບວ່າ ໃບສົ່ງໄມ້ ສ່ວນໃຫຍ່ ແມ່ນເຮັດ ແບບລວມໆ ບໍ່ໄດ້ແຍກໄມ້ ແຕ່ຊນີດ ແຕ່ລະຂນາດ ແລະ ແຕ່ລະຄັນຣົຖ ບໍ່ມີໃບ ຢັ້ງຢືນ ທີ່ມາຂອງໄມ້ ແລະ ບໍ່ໄດ້ກຳນົດ ທິດທາງ ເຄື່ອນຍ້າຍໄມ້ ຢ່າງລະອຽດ.
ຈາກລາຍງານ ຂອງຫນ່ວຍ ກວດກາຂອງ ກົມປ່າໄມ້ ໃນຣະຍະ 6 ເດືອນ ຂອງສົກປີ 2010-2011 ໄດ້ຍຶດໄມ້ທ່ອນ ໄດ້ທັງຫມົດ ປະມານ 60 ພັນ ກວ່າທ່ອນ, ຢຶດໄມ້ແປຮູບ ປະມານ 3 ແສນ ກວ່າເສັ້ນ ບານປະຕູ 20 ບານ ຍຶດຕໍໄມ້ໄດ້ 615 ຕໍ ຣົຖແກ່ໄມ້ ແລະ ຣົຖທີ່ໃຊ້ ຂົນໄມ້ເຖື່ອນ ປະມານ 20 ຄັນ ແລະ ເລື່ອຍຈັກຕັດໄມ້ 164 ອັນ. ພື້ນທີ່ປ່າໄມ້ ທີ່ຖືກບຸກຣຸກ ມີຢູ່ປະມານ 7 ພັນເຮັກຕາ ໃນເຂດ 8 ແຂວງຂອງລາວ ເຊັ່ນແຂວງ ຜົ້ງສາລີ ບໍ່ແກ້ວ ຫລວງນ້ຳທາ ຫົວພັນ ໄຊຍະບູຣີ ວຽງຈັນ ຈຳປາສັກ ແລະ ສາຣະວັນ.