ພັນເຂົ້າໃໝ່ຂອງລາວ

ກະຊວງ ກະສິກັມ ແລະ ປ່າໄມ້ ກໍາລັງ ພັທນາ ພັນເຂົ້າ ທີ່ຈະສາມາດ ປ່ຽນແປງ ໄປຕາມ ສະພາບ ອາກາດ ໄດ້.
ໂພໄຊສວັດ
2011.04.21

ກົດຟັງສຽງ

ກະຊວງ ກະສິກັມ ແລະ ປ່າໄມ້ ເປີດເຜີຍວ່າ ປັດຈຸບັນນີ້ ທາງກະຊວງ ກຳລັງ ພັທນາ ພັນເຂົ້າ ພື້ນເມືອງ ຂອງລາວ ໃຫ້ມີຄວາມ ທົນທານ ແລະ ສາມາດ ປ່ຽນແປງ ໄປຕາມ ສະພາບ ອາກາດ ເຊັ່ນ ສະພາບ ແຫ້ງແລ້ງ ຫລື ສະພາບ ນໍ້າຖ້ວມ ໄດ້.

ໃນຂນະນີ້ ທາງກະຊວງ ກຳລັງ ຢູ່ໃນ ຂັ້ນຕອນ ຂອງການ ສຳຣວດ ແລະ ວິໄຈ ພັນເຂົ້າ ພື້ນເມືອງ ຫລາຍໆຊນິດ. ເຈົ້າໜ້າທີ່ ຮັບຜິດຊອບ ໂຄງການ ວິໄຈ ພັນເຂົ້າ ກະຊວງ ກະສິກັມ ແລະ ປ່າໄມ້ ເວົ້າ ກ່ຽວກັບ ເຣື້ອງນີ້ວ່າ:

"ຜສົມພັນ ໄດ້ເຮົາ ກໍມາຄັດ ລູກຜສົມ ແລ້ວກໍໄປ ປູກຢູ່ບ່ອນ ທີ່ວ່າ ເຮົາປັບປຸງ ພັນ ທົນນໍ້າຖ້ວມ ເຮົາກໍໄປ ປູກຢູ່ ເຂດນໍ້າຖ້ວມ ເນ໋າະ ໂຕໃດ ເຫລືອ ທີ່ວ່າ ແມ່ນປະເພດ ແຫ້ງແລ້ງ ເຮົາກໍເອົາ ໄປປູກ ຢູ່ເຂດ ແຫ້ງແລ້ງ ຄັດເລືອກ ອອກມາ ເລີຍເນ໋າະ ແລ້ວກໍ ໂຕໃດ ປັບໂຕກວ້າງ ໂຕໃດເຮົາ ຄັດແລ້ວ ແລ້ວກໍທົດ ສອບຜົນ ຜລິດ ທົດສອບ ຄວາມຕ້ານທານ ຕໍ່ພຍາດ ແລ້ວກໍປ່ອຍ ເປັນແນວພັນ".

ເຈົ້າໜ້າທີ່ ເວົ້າຕໍ່ໄປ ອີກວ່າ ໂຄງການ ສຳຣວດ ພັນເຂົ້າ ພື້ນເມືອງ ຂອງລາວ ໄດ້ເລີ້ມມາ ຕັ້ງແຕ່ປີ 1995 ແລະ ໄດ້ເກັບກຳ ຂໍ້ມູນ ມາເປັນ ເວລາ ຍາວນານ. ທາງໂຄງການ ໄດ້ມີການ ທົດລອງ ແລະ ຜສົມພັນ ເຂົ້າຕ່າງໆ ຕລອດມາ, ແຕ່ປັດຈຸບັນ ຕ້ອງໄດ້ ຊອກຫາ ພັນເຂົ້າ ທີ່ສາມາດ ທົນທານຕໍ່ ສະພາບ ອາກາດ ທີ່ປ່ຽນແປງ ໄປຢ່າງ ກະທັນຫັນ ໂດຍເນັ້ນໃສ່ ຈາກສະພາບ ແຫ້ງແລ້ງ ກາຍເປັນ ສະພາບ ນໍ້າຖ້ວມ ເພື່ອແກ້ ໄຂບັນຫາ ຊຶ່ງລາວ ເຄີຍໄດ້ ປະເຊີນ ໃນຫລາຍໆຄັ້ງ ຜ່ານມານີ້.

ເຈົ້າໜ້າທີ່ ອະທິບາຍ ຕໍ່ໄປ ອີກວ່າ ພັນເຂົ້າ ລູກຜສົມ ຂອງໂຄງການ ດັ່ງກ່າວນີ້ ຈະຕ້ອງເປັນ ພັນເຂົ້າ ທີ່ມີ ຄວາມທົນທານ ໂດຍບໍ່ຈຳເປັນ ຕ້ອງໃຊ້ ສານເຄມີ ກໍາຈັດ ສັດຕຣູພືດ ແລະ ໃນຂນະດຽວກັນ ຕ້ອງເປັນ ເຂົ້າຊນິດດີ ທີ່ແຊບ ແລະ ເປັນທີ່ນິຍົມ ຂອງຜູ້ ບໍລິໂພກ ອີກດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 21, 2011 04:12 PM

ຖືວ່າຊາວໄຮ່ນາຈະມີກຳໄລ່ຫຼາຍຂື້ນ