ເສຣີພາບໃນລາວ ຍັງຖືກບັ່ນທອນ

ສະຫະຣັດ ຖແລງວ່າ ຣັຖບານ ສປປລາວ ຍັງສືບຕໍ່ ປະຕິເສດ ສິດເສຣີພາບ ຂອງ ປະຊາຊົນ.
ສົມເນ
2011.04.11
F-human-rights ກະຊວງການຕ່າງປະເທດສະຫະຣັດໄດ້ເກັບກໍາຂໍ້ມູລຄວາມຄືບໜ້າ ການຄ້າມະນຸດຂອງບັນດາປະເທດເອເຊັຽຕາເວັນອອກທີ່ຢູ່ໃນບັນຊີ ຖືກສິ້ງຊອມ
RFA

ກົດຟັງສຽງ

ລາຍງານ ກະຊວງການຕ່າງປະເທດ ສະຫະຣັດ ອະເມຣິກາ ວ່າດ້ວຍການ ປະຕິບັດ ສິດທິມະນຸດ ປະຈໍາປີ 2010 ຄັ້ງທີ 35 ໃນທົ່ວໂລກວ່າ ຍັງມີຫລາຍໆ ປະເທດ ທີ່ສືບຕໍ່ຈໍາກັດ ແລະ ລະເມີດສິດທິ ມະນຸດ. ມາດາມ Hillary Clinton ຣັຖມົນຕຣີຕ່າງປະເທດ ໃຫ້ຂໍ້ສັງເກດ ເນື່ອງໃນໂອກາດ ເປີດເຜີຽລາຍງານ ໃນວັນທີ 8 ເມສາ ນີ້ວ່າ: ...ສຽງ... ຫລາຍໆປະເທດລະເມີດ ສິດທິເສຣີພາບ ພື້ນຖານ ການສະແດງອອກ ການໂຮມຊຸມນຸມ ແລະ ການສະມາຄົມ ໂດຍຈໍາກັດເສຣີພາບ ທາງອິນເທີເນັດ. ຫລາຍກ່ວາ 40 ປະເທດຈໍາກັດ ອິນເທີເນັດ ໂດຍໃຊ້ວິທີ ຕ່າງໆນານາ.

ລາຍງານໄດ້ລະບຸ ວ່າສປປລາວ ຊື່ງປົກຄອງດ້ວຍລະບອບ ຜະເດັດການພັກດຽວ ຂອງພັກປະຊາຊົນ ປະຕິວັດລາວ ຍັງສືບຕໍ່ປະຕິເສດ ສິດທິເສຣີພາບ ຂອງປະຊາຊົນ ໃນການປ່ຽນແປງ ຣັຖບານ. ສະພາບຂອງຄຸກຂັງຄົນ ຍັງໂຫດຫ້ຽມຢູ່ ແລະຫລາຍຄັ້ງນາບຂູ່ ຕໍ່ຊີວິດນັກໂທດ.

ການສໍ້ຣາສບັງຫລວງ ຢູ່ໃນຖັນແຖວ ເຈົ້າໜ້າທີ່ຕໍາຣວດ ແລະ ເຈົ້າໜ້າທີ່ຍຸຕິທັມ ຍັງມີຢູ່ຕໍ່ໄປ. ຣັຖບານລາວ ລະເມີດສິດທິ ບຸກຄົນພົລເມືອງ ແລະ ບໍ່ເຄົາລົບນັບຖື ສິດເສຣີພາບ ໃນການປາກເວົ້າ, ການອອກຂ່າວ, ການໂຮມຊຸມນຸມ, ຫລືການສະມາຄົມ. ເຈົ້າໜ້າທີ່ອໍານາດ ການປົກຄອງທ້ອງຖິ່ນ ຫລາຍຄັ້ງຫລາຍຄາວ ຈໍາກັດສິດເສຣີພາບ ໃນການເຊື່ຶອຖື ແລະເສຣີພາບ ໃນການໄປມາຫາສູ່ກັນ. ການຄ້າມະນຸດ ຍັງເປັນບັນຫາ ທີ່ແກ້ບໍ່ໄດ້.

ລາຍງານກ່ຽວກັບ ການປະຕິບັດ ສິດທິມະນຸດ ໃນສປປລາວ ມີປະມານ 10 ໜ້າເຈັ້ຽ ຊຶ່ງເຮົາຈະໄດ້ນໍາ ລາຍລະອຽດ ມາສະເໜີ ໃນໂອກາດຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.